ຄີມຈອງອູນສັ່ງປົດເຈົ້າໜ້າທີ່ກ່ຽວຂ້ອງການກໍ່ສ້າງໂຮງໝໍ ທຸກຄົນ

ວັນທີ 20 ກໍລະກົດນີ້, ສຳນັກຂ່າວ KCNA ໃຫ້ຮູ້ວ່າ: ຄີມຈອງອູນ ອອກຄຳສັ່ງປົດເຈົ້າໜ້າທີ່ກ່ຽວຂ້ອງ ທີ່ກໍ່ສ້າງໂຮງໝໍບໍ່ໄດ້ມາດຕະຖານ
ຜູ້ນຳ ສປ ເກົາຫຼີ ຄີມຈອງອູນ ອອກມາຕຳຕິບັນດາເຈົ້າໜ້າທີ່ ສ້າງກໍ່ໂຮງໝໍໃຫ່ຍທົ່ວໄປໃນກຸງ ພຽງຢາງ ທີ່ບໍ່ໄດ້ມາດຕະຖານ ແລະ ໄດ້ອອກຄຳສັ່ງປົດທຸກຄົນທີ່ມີຄວາມຮັບຜິດຊອບໃນການກໍ່ສ້າງໂຮງໝໍຫຼັງດັ່ງກ່າວ.
ເຂົາມີຄຳສັ່ງປົດເຈົ້າໜ້າທີ່ກໍ່ສ້າງໂຮງໝໍຫຼັງດັ່ງກ່າວໃນຂະນະທີ່ເຂົາໄດ້ລົງໄປກວດກາເບິ່ງຄວາມຄືບໜ້າໃນການກໍ່ສ້າງໂຮງໝໍໃຫ່ຍທົ່ວໄປໃນກຸງພຽງຢາງ ຊຶ່ງຄາດວ່າຈະໃຫ້ສຳເລັດລົງໃນວັນທີ 10 ຕຸລາທີ່ຈະມາເຖິງນີ້ ເພື່ອເປັນຂອງຂວັນຂຳນັບຮັບຕ້ອນວັນສ້າງຕັ້ງພັກແຮງງານ ເກົາຫຼີ ຄົບຮອບ 75 ປີ.
KCNA ຂຽນວ່າ: “ພາຍຫຼັງໄດ້ຮັບຟັງການລາຍງານຄວາມຄືບໜ້າໃນການກໍ່ສ້າງຈາກຄະນະຮັບຜິດຊອບແລ້ວ, ທ່ານຄີມຈອງອູນ ໄດ້ຊີ້ໃຫ້ເຫັນຄວາມຜິດພາດໃນການຈັດຕັ້ງປະຕິບັດທາງດ້ານເສດຖະກິດຕໍ່ກັບການກໍ່ສ້າງ ເພາະຄະນະຮັບຜິດຊອບກໍ່ການສ້າງບໍ່ໄດ້ສ້າງແຜນການການເງິນໃນການກໍ່ສ້າງທີ່ສົມເຫດສົມຜົນ”. ທ່ານຄີມ ໄດ້ອອກຄຳສັ່ງດຳເນີນການກວດກາກັບຄະນະຮັບຜິດຊອບກໍ່ສ້າງ ແລະ ປ່ຽນຖ່າຍເຈົ້າໜ້າທີ່ກ່ຽວຂ້ອງທັງໝົດ.
ຂ່າວ: ລູກເມືອງພວນ

