ຕາມຂ່າວຈາກ ນະຄອນຫລວງ ອຳສະແຕກດຳ ລາຍງານວ່າ: ໂຮນລັງ ກຽມກຳຈັດ ໄກ່ອີກ 300.000 ໂຕ ໃນຟາມ ແຫ່ງໜຶ່ງ ຢູ່ທາງພາກໃຕ້ຂອງປະເທດ, ຫລັງຈາກກວດພົບ ໄຂ້ຫວັດສັດປີກ ກຳລັງແຜ່ລະບາດຢ່າງໜັກ. ໃນຂະນະທີ່ ສຳນັກງານ ອາຫານ ແລະ ຢາ ຂອງໂຮນລັງ ໄດ້ຖະແຫລງ ໃນວັນທີ 20 ຕຸລານີ້ວ່າ: ນັບຕັ້ງແຕ່ ເດືອນກັນຍາ ເປັນຕົ້ນມາ ໄດ້ຮັບການລາຍງານ ກວດພົບໄຂ້ຫວັດ ສັດປີກ ສາຍພັນ ຮ້າຍແຮງແລ້ວ ປະມານ 30 ຄັ້ງ ຫລັງຈາກ ກວດພົບຫລາຍຄັ້ງ ໃນຕົ້ນປີນີ້ ແລະ ນັບຕັ້ງ ແຕ່ກວດພົບສັດປີກຕິດເຊື້ອ ໃນຄັ້ງທຳອິດ ເມື່ອວັນທີ 26 ຕຸລາ ປີ2021 ເຮັດໃຫ້ຕ້ອງກຳຈັດ ສັດປີກໄປແລ້ວ 6 ລ້ານໂຕ.