ເບຣຊິນຂຸດຂຸມຝັງສົບຖ້າ ຫລັງຜູ້ຕິດໂຄວິດເພີ່ມຮອດ 2 ລ້ານຄົນ

ຈຳນວນຜູ້ຕິດເຊື້ອໂຄວິດຢູ່ເບຣຊິນຮອດ 2 ລ້ານຄົນ ຫລື ໝາຍເຖິງປະຊາຊົນທຸກໆ 1 ໃນ 100 ຄົນຄືຜູ້ຕິດເຊື້ອໂຄວິດ.
ທາງການເບຣຊິນຢືນຢັນວ່າ: ສະຖານະການໄວຣັສໂຄວິດລະບາດໃນປະເທດມີຕົວເລກຕິດເຊື້ອສະສົມຫລາຍກວ່າ 2 ລ້ານຄົນ ຫລາຍເປັນອັນດັບສອງຂອງໂລກຮອງຈາກອາເມລິກາ. ຂະນະທີ່ຜູ້ເສຍຊີວິດສະສົມມີຫລາຍກວ່າ 76.688 ຄົນແລ້ວ.
ສະເລ່ຍແລ້ວເບຣຊິນມີຜູ້ຕິດເຊື້ອໂຄວິດໃໝ່ຕໍ່ມື້ລະຫວ່າງ 20.000-40.000 ຄົນ ຫລື ຄິດເປັນປະຊາກອນທຸກ 1 ໃນ 100 ຄົນຈະຕິດເຊື້ອໂຄວິດ.
ໄລຍະ 4 ອາທິດກ່ອນໜ້ານີ້ ເບຣຊິນມີຜູ້ຕິດເຊື້ອໂຄວິດສະສົມໃກ້ 1 ລ້ານຄົນ ແຕ່ຈາກສະຖານະການທີ່ເຊື້ອແຜ່ລະບາດໄປທົ່ວປະເທດຢ່າງວ່ອງໄວ ເຮັດໃຫ້ພຽງເດືອນດຽວມີຜູ້ຕິດເຊື້ອເພີ່ມເຖິງ 2 ລ້ານຄົນ.
ກະຊວງສາທາລະນະສຸກເບຣຊິນ ກ່າວວ່າ: ໃນຈຳນວນຜູ້ຕິດເຊື້ອທັງໝົດກວ່າ 60% ຫລື ປະມານ 1,37 ລ້ານຄົນປິ່ນປົວຫາຍແລ້ວ, ແຕ່ເຖິງຢ່າງໃດ ຄວາມຄຽດແຄ້ນຂອງສາທາລະນະຊົນຍັງທະວີຄວາມຮຸນແຮງຍິ່ງຂຶ້ນຈາກທ່າທີເມີນເສີຍຂອງລັດຖະບານເບຣຊິນ.
ສະຖານະການດັ່ງກ່າວເຮັດໃຫ້ເຈົ້າໜ້າທີ່ທາງການເຕືອນວ່າ: ໂລງບັນຈຸສົບທີ່ກຽມຮອງຮັບຜູ້ເສຍຊີວິດໄວ້ນັ້ນອາດບໍ່ພໍ ໂດຍສະເພາະຢູ່ລັດອາເມຊອນ ເຊິ່ງເປັນພື້ນທີ່ຫ່າງໄກຂອງເບຣຊິນ, ທ້ອງຖິ່ນຕ້ອງຂຸດຂຸມຝັງສົບຈຳນວນຫລາຍຖ້າໄວ້ ເພື່ອຮອງຮັບຜູ້ເສຍຊີວິດທີ່ຈະເພີ່ມຂຶ້ນໃນອະນາຄົດ.

