ຈີນ ແລະ ອິນເດຍ ຈະແກ້ໄຂບັນຫາຊາຍແດນ ດ້ວຍການເຈລະຈາ

ສຳນັກຂ່າວ AP ອ້າງອີງຈາກຄຳຖະແຫຼງຂອງໂຄສົກກະຊວງການຕ່າງປະເທດຈີນ ທ່ານ ຈຽວເລີບກຽນ ຖະແຫຼງຕໍ່ສື່ມວນຊົນໃນວັນທີ່ 17 ມີຖຸນານີ້ວ່າ: “ທັງສອງຝ່າຍ ຈີນ ແລະ ອິນເດຍ ໄດ້ເຫັນດີເຫັນພ້ອມນຳກັນຕໍ່ກັບການແກ້ໄຂບັນຫາຊາຍແດນ ໂດຍຜ່ານການເຈລະຈາ ກໍຄືຄວາມພະຍາຍາມຂອງທັງສອງຝ່າຍຈະບໍ່ເຮັດໃຫ້ສະຖານະການເກີດຄວາມເຄັ່ງຕຶງ ເພື່ອຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຂອງຊາຍແດນ”.
ຂ່າວ: ລູກເມືອງພວນ ( ແຫຼ່ງຂ່າວ vietnamnet)

