ໄທ ກວດຫາເຊື້ອໄວຣັສ ຈາກໂຕເຈຍ

ລັດຖະບານໄທປະກາດວັນທີ 13 ມີຖຸນານີ້ວ່າ ບັນດານັກວິທະຍາສາດປະເທດຕົນໄດ້ມີແຜນການຈັບໂຕເຈຍ 300 ໂຕໃນໄລຍະ 3 ວັນຈາກຖໍ້າແຫ່ງໜຶ່ງຢູ່ແຂວງ ຈັນທະບູລີ. ເຈຍເຫຼົ່ານັ້ນຈະຖືກປ່ອຍໄປ ພາຍຫຼັງທຳການກວດຫາເຊື້ອໝົດແລ້ວ.

ທີ່ມາຂອງເຊື້ອໄວຣັສໂຄໂຣນາ ຍັງເປັນບັນຫາຖົກຖຽງກັນຢູ່ ວ່າເປັນສາເຫດຂອງເຊື້ອໄວຣັສໂຄໂຣນາ ທີ່ລະບາດຢູ່ ຈີນ ທ້າຍປີ 2019 ແທ້ຫຼື ບໍ່?

ໃນລະຫວ່າງເດືອນເມສາຜ່ານມາ, ອົງການອະນາໄມໂລກ(WHO) ກ່າວວ່າ: ຫຼັກຖານທັງໝົດໃຫ້ເຫັນວ່າ ຕົ້ນກຳເນີດຂອງເຊື້ອໄວຣັສໂຄໂຣນາ ແມ່ນມາຈາກໂຕເຈຍ ຢູ່ຈີນ ແຕ່ບໍ່ທັນຮູ້ວ່າ ຍ້ອນເຫດໃດມັນຈຶ່ງໄປຕິດໃສ່ຄົນໄດ້.

ທ່ານ ສຸພາພອນ ໃຫ້ຮູ້ວ່າ: “ເຫດຜົນທີ່ພວກເຮົາຕ້ອງກວດຫາເຊື້ອຈາກໂຕເຈຍກໍເພາະວ່າ ບົດລາຍງານໃນຈີນໃຫ້ຮູ້ວ່າ ໄວຣັສຂອງໂຄວິດ-19 ຄ້າຍຄືກັນກັບໄວຣັສທີ່ພົບເຫັນຢູ່ໃນໂຕເຈຍ”.

ບັນດານັກຄົ້ນຄ້ວາຈາກສວນສາທາລະນະແຫ່ງຊາດ, ຈາກໂຮງໝໍ ຈຸລາລົງກອນ ແລະ ມະຫາວິທະຍາໄລກະເສດສາດ ໄດ້ພ້ອມກັນເຂົ້າໄປໃນຖໍ້າໃນຄໍ່າຄືນຂອງວັນທີ 11 ມີຖຸນາ ແລະ ກັບເຂົ້າໄປອີກຄັ້ງໃນຕອນເຊົ້າຂອງວັນທີ 12 ມີຖຸນາ ເພື່ອເອົາຕົວຢ່າງເລືອດ, ນໍ້າລາຍ ແລະ ຂີ້ເຈຍ.

ບັນດານັກວິທະຍາສາດມີຄວາມເປັນຫ່ວງວ່າປະຊາຊົນໃນຂົງເຂດນັ້ນຈະມີຄວາມສ່ຽງຕິດເຊື້ອສູງ.

ທ່ານ ສຸພາພອນ ໃຫ້ຮູ້ວ່າ  ໂຕເຈຍເປັນອາຫານຊັ້ນດີຂອງປະຊາຊົນທ້ອງຖິ່ນ. ທ່ານກ່າວອີກວ່າ ຄວນມີໂຄງການສຶກສາ ແລະ ໃຫ້ຂໍ້ມູນທີ່ພຽງພໍຖືກຕ້ອງໃຫ້ປະຊາຊົນ.

ການແຜ່ເຊື້ອໄປສູ່ຊຸມຊົນໃນໄທໃນສອງສາມອາທິດທີ່ຜ່ານມາໄດ້ຫຼຸດລົງ. ຜູ້ຕິດເຊື້ອລາຍໃໝ່ສ່ວນຫຼາຍແມ່ນມາຈາກຕ່າງປະເທດ.

ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ zingnews)

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ