ມຽນມາເປີດທາງເລືອກຕັ້ງ ຍົກເລີກຂໍ້ຈຳກັດທີ່ໃຊ້ປ້ອງກັນໂຄວິດ-19 ເພື່ອໃຫ້ຄົນໄປໃຊ້ສິດ

ວັນທີ 26 ຕຸລານີ້, ກະຊວງສາທາລະນະສຸກ ແລະ ກິລາຂອງມຽນມາ ປະກາດຍົກເລີກຂໍ້ຈຳກັດເພື່ອປ້ອງກັນໂຄວິດ-19 ເຊິ່ງຫ້າມການລວມຕົວຂອງຄົນຈຳນວນຫລາຍ ແລະ ສັ່ງໃຫ້ປະຊາຊົນຢູ່ແຕ່ໃນເຮືອນ ເພື່ອກຽມພ້ອມສຳລັບການເລືອກຕັ້ງທົ່ວໄປທີ່ກຳລັງຈະມາເຖິງ ໂດຍອະນຸຍາດໃຫ້ຄົນລວມຕົວກັນໄດ້ນັບແຕ່ 30 ຄົນຂຶ້ນໄປ ຢູ່ໜ່ວຍເລືອກຕັ້ງໃນວັນເລືອກຕັ້ງ.
ທັງນີ້ ມຽນມາອອກຄຳສັ່ງຫ້າມລວມຕົວກັນນັບແຕ່ 30 ຄົນຂຶ້ນໄປແຕ່ວັນທີ 12 ສິງຫາເປັນຕົ້ນມາ ຕາມມາດຕະການຄວບຄຸມການແຜ່ລະບາດຂອງໂຄວິດ-19.
ຂະນະດຽວກັນ ກະຊວງສາທາລະນະສຸກ ແລະ ກິລາ ຍັງປະກາດວ່າ: ປະຊາຊົນໃນເຂດເມືອງທີ່ຍັງຢູ່ພາຍໃຕ້ຄຳສັ່ງໃຫ້ຢູ່ແຕ່ໃນເຮືອນຈະໄດ້ຮັບອະນຸຍາດໃຫ້ໄປລົງຄະແນນຢູ່ໜ່ວຍເລືອກຕັ້ງໃນວັນເລືອກຕັ້ງໄດ້ຕາມລຳດັບ.
ປັດຈຸບັນມຽນມາໄດ້ບັງຄັບໃຊ້ຄຳສັ່ງຢູ່ແຕ່ເຮືອນໃນທຸກເຂດເມືອງຂອງລັດຍະໄຂ່ ແລະ ພາກພື້ນຢາງກຸ້ງ ຍົກເວັ້ນເຂດໂຄໂຄຢູນ ແລະ 13 ເມືອງໃນມັນທະເລ, ພະໂຄ, ພາກພື້ນອິຢາວະດີ, ລັດມອນ ແລະ ລັດຄະສິນ ເພື່ອຄວບຄຸມການແຜ່ລະບາດຂອງພະຍາດຢ່າງມີປະສິດທິພາບ.
ການເລືອກຕັ້ງທົ່ວໄປຂອງມຽນມາໃນປີ 2020 ຈະຈັດຂຶ້ນໃນວັນທີ 8 ພະຈິກນີ້ ໂດຍວາລະການບໍລິຫານປະເທດຂອງລັດຖະບານພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ (NLD) ຈະສິ້ນສຸດໄລຍະ 5 ປີໃນເດືອນມີນາ 2021.
ສ່ວນຈຳນວນຜູ້ຕິດເຊື້ອໂຄວິດ-19 ຢູ່ມຽນມາມີທັງໝົດ 44.774 ຄົນ ໂດຍມີຜູ້ເສຍຊີວິດ 1.095 ຄົນ ໄລ່ຮອດວັນທີ 26 ຕຸລາ.

