‘WHO’ ກັງວົນໂຄວິດລະບາດຮອບໃໝ່ຢູ່ຈີນ

“ອົງການອະນາໄມໂລກ” ສະແດງຄວາມກັງວົນກໍລະນີພົບຜູ້ຕິດເຊື້ອໄວຣັສໂຄໂຣນາ 2019 ຕົ້ນຕໍພະຍາດໂຄວິດ-19 ແບບກຸ່ມກ້ອນ ຫລື ຄລັສເຕີ ຮອບໃໝ່ໃນນະຄອນຫລວງປັກກິ່ງຂອງຈີນ.
ທ່ານ ໄມເຄິລ ໄຣອັນ ຫົວໜ້າໂຄງການສຸກເສີນດ້ານສຸຂະພາບຂອງອົງການອະນາໄມໂລກ (WHO) ຖະແຫລງຢູ່ສຳນັກງານໃຫຍ່ໃນເຈນີວາ ປະເທດສະວິດ ຫລັງມີການຢືນຢັນການຕິດເຊື້ອໃນກຸ່ມຄົນທີ່ໄປຕະຫລາດຂາຍສົ່ງແຫ່ງສຳຄັນໃນນະຄອນຫລວງປັກກິ່ງ 100 ກວ່າຄົນວ່າ: ການມີຜູ້ທີ່ຕິດເຊື້ອກຸ່ມໃໝ່ເປັນເລື່ອງກັງວົນສະເໝີ ໂດຍສະເພາະເມື່ອບໍ່ຮູ້ທີ່ມາ ແລະ ຍິ່ງນະຄອນຫລວງປັກກິ່ງເປັນເມືອງໃຫຍ່ ແລະ ມີເສັ້ນທາງເຊື່ອມໂຍງກັບຫລາຍເມືອງກໍຍິ່ງກັງວົນໜັກ.
ການລະບາດເທື່ອຫລ້າສຸດຖືເປັນການຕິດເຊື້ອກຸ່ມໃໝ່ຢູ່ນະຄອນຫລວງປັກກິ່ງ ຫລັງຈາກບໍ່ມີຜູ້ຕິດເຊື້ອໃໝ່ມາກວ່າ 50 ວັນ.
ທ່ານ ໄຣອັນ ກ່າວອີກວ່າ: ນັກລະບາດວິທະຍາທີ່ປະຈຳການຢູ່ສຳນັກງານຂອງ WHO ໃນຈີນກຳລັງກວດສອບເລື່ອງຜູ້ຕິດເຊື້ອໃໝ່ດັ່ງກ່າວ ແລະ WHO ສຳນັກງານໃຫຍ່ອາດສົ່ງຜູ້ຊ່ຽວຊານໄປສົມທົບນຳ.

