ເຫດການເດັ່ນຮອບໂລກທີ່ເກີດຂຶ້ນໃນປີ 2019

ປີ 2019 ເກີດເຫດການສຳຄັນທີ່ກາຍເປັນຂ່າວໃຫຍ່ໄປທົ່ວໂລກຫລາຍເຫດການ ລາວພັດທະນາ ຮວບຮວມເຫດການເດັ່ນທີ່ເກີດຂຶ້ນໃນປີນີ້.
ການປະທ້ວງທີ່ຍືດເຍື້ອຢູ່ຮົງກົງ, ໄຟໄໝ້ມະຫາວິຫານນໍເທີດາມອັນເກົ່າແກ່ຂອງຝຣັ່ງ ໄປຈົນເຖິງຄວາມວຸ້ນວາຍ ແລະ ສັບຊ້ອນໃນຂະບວນການຖອດຖອນປະທານາທິບໍດີ ໂດນັລ ທຣຳ ຂອງອາເມລິກາ ແລະ ການຖອນຕົວອອກຈາກສະຫະພາບເອີຣົບທີ່ຍັງບໍ່ເປັນໄປຕາມແຜນຂອງສະຫະຣາຊະອານາຈັກ ຈົນຕ້ອງເຈລະຈາຂໍເລື່ອນເສັ້ນຕາຍຫລາຍຄັ້ງ.
ນີ້ຄືເຫດການສຳຄັນໃນປີ 2019
1. ການປະທ້ວງຮົງກົງ
ເຫດການສຳຄັນທີ່ກາຍເປັນຂ່າວໃຫຍ່ໄປທົ່ວໂລກຕໍ່ເນື່ອງຍາວນານທີ່ສຸດໃນປີນີ້ ໜີບໍ່ພົ້ນການປະທ້ວງທີ່ຍືດເຍື້ອຢູ່ຮົງກົງ. ການປະທ້ວງນີ້ມີສາເຫດມາຈາກການນຳເອົາຮ່າງກົດໝາຍສົ່ງຜູ້ຮ້າຍຂ້າມແດນສະບັບໃໝ່ເຂົ້າສູ່ການອະພິປາຍໃນສະພານິຕິບັນຍັດ, ຖ້າຜ່ານການຮັບຮອງຈະສົ່ງຜົນໃຫ້ຜູ້ຕ້ອງສົງໄສຢູ່ຮົງກົງຖືກສົ່ງຕົວໄປດຳເນີນຄະດີຢູ່ຈີນໄດ້.
ປະຊາຊົນຢູ່ຮົງກົງຈຶ່ງອອກມາປະທ້ວງນັບແຕ່ເດືອນມິຖຸນາ 2019 ເພາະກັງວົນວ່າຈະມີການໃຊ້ກົດໝາຍນີ້ເປັນເຄື່ອງມືທາງການເມືອງໃນການຄວບຄຸມເສລີພາບໃນການສະແດງຄວາມຄິດເຫັນຢູ່ຮົງກົງ, ລະຫວ່າງການຊຸມນຸມປະທ້ວງ ມີການປະທະກັນຢ່າງຮຸນແຮງເກີດຂຶ້ນຫລາຍຄັ້ງ, ຕຳຫລວດຍິງລູກປືນຢາງ ແລະ ແກັສນ້ຳຕາໃສ່ ແລະ ບາງຄັ້ງໄດ້ໃຊ້ລູກປືນແທ້ຍິງໃສ່ຜູ້ປະທ້ວງນຳອີກ. ນອກຈາກນີ້ ຍັງມີກຸ່ມຜູ້ທີ່ບໍ່ເຫັນພ້ອມກັບການຊຸມນຸມ ຄືກຸ່ມຊາຍໃສ່ໜ້າກາກອອກມາໄລ່ທຳຮ້າຍຜູ້ຊຸມນຸມຢູ່ສະຖານີລົດໄຟໃຕ້ດິນຢຸ່ນຫລົງ.
ຜູ້ປະທ້ວງນັດກັນອອກມາປະທ້ວງໃນມື້ພັກທ້າຍອາທິດ ໂດຍໃນໄລຍະທີ່ມີຄົນອອກມາຮ່ວມຊຸມນຸມຫລາຍທີ່ສຸດ, ທາງຜູ້ຈັດການປະທ້ວງອ້າງວ່າ: ມີຄົນອອກມາຫລາຍເຖິງ “1 ລ້ານຄົ” ແຮງກົດດັນນີ້ເຮັດໃຫ້ທ່ານ ນາງ ແຄຣີ ແລມ ຫົວໜ້າຜູ້ບໍລິຫານເຂດບໍລິຫານພິເສດຮົງກົງ ຕ້ອງຖອນຮ່າງກົດໝາຍດັ່ງກ່າວຢ່າງເປັນທາງການອອກຈາກການພິຈາລະນາຂອງສະພານິຕິບັດຍັດ ໃນເດືອນຕຸລາຜ່ານມາ, ແຕ່ການປະທ້ວງໄດ້ລຸກລາມກາຍເປັນການຮຽກຮ້ອງປະຊາທິປະໄຕ ແລະ ຮຽກຮ້ອງໃຫ້ທ່ານ ນາງ ແລມ ລາອອກຈາກຕຳແໜ່ງ ເຮັດໃຫ້ການປະທ້ວງຄັ້ງນີ້ກາຍເປັນວິກິດການຄັ້ງຮ້າຍແຮງທີ່ສຸດຂອງຮົງກົງ ນັບແຕ່ຮົງກົງຖືກສົ່ງມອບກັບຄືນສູ່ການປົກຄອງຂອງຈີນ ໃນປີ 1997.
ໃນປີນີ້ຍັງມີການປະທ້ວງໃຫຍ່ໆເກີດຂຶ້ນອີກຫລາຍແຫ່ງທົ່ວໂລກ ທັງການປະທ້ວງຕໍ່ຕ້ານລະບົບບຳນານໃໝ່ຂອງຝຣັ່ງ, ການປະທ້ວງຄວາມເຫລື້ອລ້ຳທາງເສດຖະກິດຢູ່ຈີເລ, ອີຣັກ, ລີບັງ. ນອກຈາກນີ້ ຍັງມີການປະທ້ວງກ່ຽວກັບການປ່ຽນແປງສະພາບອາກາດໂລກນຳອີກ.
2. ວິກິດເວເນຊູເອລາ
ສ່ວນຢູ່ອີກເບື້ອງໜຶ່ງຂອງໂລກ ເວເນຊູເອລາ ປະເທດທີ່ເຄີຍຮັ່ງມີທີ່ສຸດໃນອາເມລິກາລາຕິນ ຜະເຊີນວິກິດທາງເສດຖະກິດ ແລະ ການເມືອງ ສົ່ງຜົນໃຫ້ເງິນເຟີ້ເພີ່ມຂຶ້ນ ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນທົ່ວປະເທດ ເຊິ່ງຂາດເຂີນທັງອາຫານ, ນ້ຳສະອາດ, ຢາປິ່ນປົວ ແລະ ໄຟຟ້າ. ວິກິດນີ້ເກີດຂຶ້ນມາຫລາຍປີແລ້ວ ແລະ ຍັງບໍ່ມີທ່າທີຈະຫລຸດຜ່ອນ. ສະຫະປະຊາຊາດລະບຸວ່າ: ນັບແຕ່ປີ 2014 ມີຊາວເວເນຊູເອລາເດີນທາງອອກຈາກປະເທດແລ້ວ 3 ລ້ານຄົນ ສ່ວນຫລາຍເດີນທາງເຂົ້າໄປໂກລົມບີປະເທດເພື່ອນບ້ານກ່ອນຈະໄປເອກົວດໍ, ເປຣູ ແລະ ຈີເລ ແລະ ສ່ວນອື່ນໆເດີນທາງໄປເບຣຊິນ.
ໄລຍະເດືອນມັງກອນ 2019 ທ່ານ ຮວນ ກຸຍໂດ ຜູ້ນຳຝ່າຍຄ້ານຂອງເວເນຊູເອລາ ປະກາດຕົວເປັນປະທານາທິບໍດີຮັກສາການ ແລະ ບອກວ່າທ່ານມີອຳນາດບໍລິຫານປະເທດແທນປະທານາທິບໍດີ ນິໂຄລຳ ມາດູໂຣ. ຂະນະທີ່ຜູ້ຊຸມນຸມຫລາຍພັນຄົນປະທ້ວງຮຽກຮ້ອງໃຫ້ປະທານາທິບໍດີ ມາດູໂຣ ລາອອກ, ສ່ວນອາເມລິກາ ປະກາດສະໜັບສະໜູນທ່ານ ກຸຍໂດ, ຂະນະທີ່ຣັດເຊຍ ແລະ ຈີນຕໍ່ຕ້ານ.
ຈາກນັ້ນໃນເດືອນກຸມພາຜ່ານມາ, ທ່ານ ກຸຍໂດ ພະຍາຍາມຈະຂົນສົ່ງອາຫານ ແລະ ຢາ ເຊິ່ງຈັດຫາໂດຍອາເມລິກາ ເຂົ້າໄປປະເທດໂດຍສັນຕິ ຜ່ານຊາຍແດນທີ່ຕິດກັບໂກລົມບີ ແລະ ເບຣຊິນ, ແຕ່ທ່ານ ມາດູໂຣ ສົ່ງກອງກຳລັງທະຫານໄປສະກັດໄວ້, ປະຊາຊົນທີ່ພະຍາຍາມເດີນທາງຂ້າມຊາຍແດນໃນຂົນອາຫານ ແລະ ຢາກັບມາ ຖືກທະຫານຍິງດ້ວຍລູກປືນແທ້ ແລະ ລູກປືນຢາງ ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 2 ຄົນ.
ວິກິດທີ່ເກີດຂຶ້ນ ສົ່ງຜົນຕໍ່ຊີວິດຂອງປະຊາຊົນຈົນເຖິງຂັ້ນເຮັດໃຫ້ບາງຊ່ວງບໍ່ມີໄຟຟ້າ ແລະ ນ້ຳປະປາໃຊ້ຕິດຕໍ່ກັນຫລາຍວັນ, ປະຊາຊົນຕ້ອງເອົາພາຊະນະຕ່າງໆໄປໂຕ່ງນ້ຳຈາກແຫລ່ງນ້ຳທຳມະຊາດ. ສະພາບເງິນເຟີ້ຮຸນແຮງເຮັດໃຫ້ເງິນໂບລິວາເກືອບຈະກາຍເປັນພຽງແຜ່ນເຈ້ຍທີ່ໄຮ້ຄ່າ.
ເວເນຊູເອລາເປັນປະເທດທີ່ມີແຫລ່ງນ້ຳມັນດິບສຳຮອງຫລາຍທີ່ສຸດໃນໂລກ, ແຕ່ໃນໄລຍະຢູ່ພາຍໃຕ້ການບໍລິຫານປະເທດຂອງ ອະດີດປະທານາທິບໍດີ ຮູໂກ ຊາເວດ ເຊິ່ງເສຍຊີວິດໃນປີ 2013 ແລະ ປະທານາທິບໍດີ ມາດູໂຣ, ເວເນຊູເອລາຜະເຊີນທັງການທຸຈະລິດ, ການບໍລິຫານຈັດການທີ່ຜິດພາດ ແລະ ໜີ້ສູງ ເຮັດໃຫ້ເສດຖະກິດຂອງປະເທດພັງທະລາຍ, ປະທານາທິບໍດີ ຊາເວດ ຖືໂອກາດຊ່ວງທີ່ມີລາຍໄດ້ຫລາຍຈາກການຄ້າຂາຍນ້ຳມັນໄລຍະປີ 2000 ກູ້ຢືມເງິນມະຫາສານ ແລະ ຍອດການໃຊ້ຈ່າຍຂອງລັດຖະບານກໍເພີ່ມສູງຂຶ້ນ ແລະ ຈາກນັ້ນໃນການດຳລົງຕຳແໜ່ງປະທານາທິບໍດີສະໄໝທຳອິດຂອງທ່ານ ມາດູໂຣ ເສດຖະກິດເວເນຊູເອລາຈຶ່ງຫລຸດລົງ.
3. ຂະບວນການຖອດຖອນທ່ານ ທຣຳ
ປະທານາທິບໍດີ ໂດນັລ ທຣຳ ຂອງອາເມລິກາ ໄດ້ກາຍເປັນປະທານາທິບໍດີອາເມລິກາ ຄົນທີ 3 ໃນປະຫວັດສາດທີ່ຖືກຍື່ນຖອດຖອນອອກຈາກຕຳແໜ່ງ ຫລັງຈາກສຽງສ່ວນຫລາຍເກີນເຄິ່ງໜຶ່ງຂອງສະມາຊິກສະພາຜູ້ແທນລາຊະດອນ (ສສ) ອາເມລິກາ ລົງມະຕິໃນວັນທີ 18 ທັນວາ ເຫັນພ້ອມໃຫ້ຖອດຖອນທ່ານອອກຈາກຕຳແໜ່ງປະທານາທິບໍດີອາເມລິກາ.
ສຽງສ່ວນຫລາຍຂອງສະມາຊິກສະພາຜູ້ແທນລາຊະດອນເຫັນວ່າ: ທ່ານ ທຣຳ ເຮັດຜິດໃນ 2 ຂໍ້ຫາຄື: ໃຊ້ອຳນາດໃນທາງບໍ່ຖືກຕ້ອງຈາກກໍລະນີທີ່ທ່ານຖືກກ່າວຫາວ່າ: ພະຍາຍາມກົດດັນອູແກຣນໃຫ້ສອບສວນທ່ານ ໂຈ ໄບເດນ ແຫ່ງພັກເດໂມແຄຣດ ຄູ່ແຂ່ງທາງການເມືອງໃນການລົງຊີງໄຊການເລືອກຕັ້ງປະທານາທິບໍດີອາເມລິກາ 2020; ຂັດຂວາງການປະຕິບັດໜ້າທີ່ຂອງສະພາຜູ້ແທນລາຊະດອນອາເມລິກາ ຈາກການທີ່ບໍ່ໃຫ້ການຮ່ວມມືໃນການສອບສວນຂະບວນການຍື່ນຖອດຖອນທ່ານອອກຈາກຕຳແໜ່ງ.
4. ເລື່ອນເບຣັກຊິດ
ບັນຫາທາງການເມືອງໃນລັດຖະສະພາທີ່ຍືດເຍື້ອຫລາຍທີ່ສຸດເລື່ອງໜຶ່ງໃນປີນີ້ຄື ການລົງມະຕິຮັບຮອງຂໍ້ຕົກລົງການຖອນຕົວອອກຈາກສະຫະພາບເອີຣົບຂອງສະຫະຣາຊະອານາຈັກ ຫລື ເອີ້ນວ່າ: ເບຣັກຊິດ (Brexit) ເລື່ອງນີ້ໄດ້ສ້າງຄວາມວຸ້ນວາຍໃນສະພາຜູ້ແທນລາຊະດອນຂອງອັງກິດ ຈົນເຮັດໃຫ້ລັດຖະມົນຕີຫລາຍທ່ານລາອອກ ລວມທັງທ່ານ ນາງ ເທຣີຊາ ເມ ຕ້ອງປະກາດລາອອກຈາກຕຳແໜ່ງນາຍົກລັດຖະມົນຕີ ແລະ ຫົວໜ້າພັກຄອນເຊີເວທີບ ຫລັງຈາກສຽງສ່ວນຫລາຍໃນສະພາຜູ້ແທນລາຊະດອນ ບໍ່ຮັບຮອງຮ່າງກົດໝາຍຂໍ້ຕົກລົງເບຣັກຊິດ ທີ່ນາງເຈລະຈາກັບສະຫະພາບເອີຣົບເຖິງ 3 ຄັ້ງຕິດຕໍ່ກັນ ເຮັດໃຫ້ນາງຕ້ອງເຈລະຈາຂໍໃຫ້ສະຫະພາບເອີຣົບເລື່ອນເສັ້ນຕາຍເບຣັກຊິດຫລາຍຄັ້ງ ເພື່ອບໍ່ໃຫ້ເກີດເບຣັກຊິດແບບໄຮ້ຂໍ້ຕົກລົງ ເຊິ່ງອາດຈະເຮັດໃຫ້ເກີດຄວາມເສຍຫາຍທາງເສດຖະກິດຢ່າງຮຸນແຮງ.
ຈາກນັ້ນທ່ານ ບໍຣິສ ຈອນສັນ ເຊິ່ງມີຈຸດຢືນສະໜັບສະໜູນເບຣັກຊິດມາແຕ່ຕົ້ນ ແລະ ເປັນອະດີດລັດຖະມົນຕີຕ່າງປະເທດ ແລະ ອະດີດເຈົ້າຄອງນະຄອນຫລວງລອນດອນ ໄດ້ຮັບເລືອກໃຫ້ເປັນຫົວໜ້າພັກຄອນເຊີເວທີບ ແລະ ນາຍົກລັດຖະມົນຕີຄົນໃໝ່ຂອງສະຫະຣາຊະອານາຈັກ, ທ່ານໄດ້ເດີນໜ້າເຈລະຈາຈົນບັນລຸຂໍ້ຕົກລົງເບຣັກຊິດສະບັບໃໝ່ກັບສະຫະພາບເອີຣົບໃນກາງເດືອນຕຸລາ.
ທ່ານ ຈອນສັນ ໄດ້ປະກາດຈັດເລືອກຕັ້ງທົ່ວໄປໃໝ່ໃນວັນທີ 12 ທັນວາ ແລະ ນຳພາພັກຄອນເຊີເວທີບ ຊະນະການເລືອກຕັ້ງຢ່າງຫລວງຫລາຍ ໄດ້ຈຳນວນ ສສ ໃນສະພາ 365 ຄົນ ຈາກທັງໝົດ 350 ຄົນ, ຄາດວ່າສະພາຜູ້ແທນລາຊະດອນ ສະຫະຣາຊະອານາຈັກ ຈະລົງມະຕິສະໜັບສະໜູນຂໍ້ຕົກລົງເບຣັກຊິດຂອງທ່ານໃນຕົ້ນເດືອນມັງກອນ ສົ່ງຜົນໃຫ້ສະຫະຣາຊະອານາຈັກຈະຕ້ອງອອກຈາກສະຫະພາບເອີຣົບໃນເສັ້ນຕາຍ 31 ມັງກອນ 2020.
5. ໄຟໄໝ້ປ່າອາເມຊອນ
ເຫດການກ່ຽວກັບສິ່ງແວດລ້ອມທີ່ເປັນເລື່ອງສຳຄັນໃນປີນີ້ໄດ້ແກ່ ໄຟໄໝ້ປ່າອາເມຊອນ ເຊິ່ງໄດ້ຊື່ວ່າເປັນ “ປອດຂອງໂລກ” ເພາະຕົ້ນໄມ້ນັບຕື້ຕົ້ນທີ່ປ່າແຫ່ງນີ້ຊ່ວຍດູດຊັບກາກບອນໄດອອກໄຊປະລິມານມະຫາສານໃນຫລາຍຮ້ອຍຫລາຍພັນປີຜ່ານມາ ຊ່ວຍຫລຸດສະພາບໂລກຮ້ອນ ແລະ ຍັງຊ່ວຍສ້າງອົກຊີເຈນໃຫ້ໂລກນຳອີກ.
ເຫດໄຟໄໝ້ປ່າເກີດຂຶ້ນເປັນປະຈຳທຸກປີຢູ່ປ່າໃຫຍ່ທີ່ສຸດໃນໂລກແຫ່ງນີ້ ເຊິ່ງເວັບໄຊ Britannica ລະບຸວ່າ: ມີເນື້ອທີ່ 6 ລ້ານຕາກິໂລແມັດ, ແຕ່ປີນີ້ມີຄວາມຮຸນແຮງຫລາຍກວ່າປົກກະຕິ. ສະຖາບັນວິໄຈດ້ານອາວະກາດແຫ່ງຊາດເບຣຊິນ (INEP) ເປີດເຜີຍວ່າ: ຂໍ້ມູນຈາກຮູບຖ່າຍດາວທຽມສະແດງໃຫ້ເຫັນວ່າປະລິມານການເກີດໄຟໄໝ້ປ່າໃນອາເມຊອນເພີ່ມຂຶ້ນເຖິງ 83% ຈາກປີຜ່ານມາ.
ນັກວິທະຍາສາດລະບຸວ່າ: ໄຟໄໝ້ປ່າທີ່ເຜົາຜານອາເມຊອນ ອາດສົ່ງຜົນໃຫ້ “ປອດຂອງໂລກ” ແຫ່ງນີ້ບໍ່ສາມາດກັກເກັບກາກບອນໄດອອກໄຊໄດ້ຫລາຍຄືເກົ່າອີກຕໍ່ໄປ ແລະ ຈະສົ່ງຜົນໃຫ້ການບັນລຸເປົ້າໝາຍດ້ານສະພາບອາກາດຍິ່ງເຮັດໄດ້ຍາກຂຶ້ນ. ປ່າແຫ່ງນີ້ຍັງເຮັດໃຫ້ເກີດຝົນສຳລັບການຜະລິດກະສິກຳຢູ່ອາເມລິກາໃຕ້ ແລະ ເປັນບ່ອນຢູ່ອາໄສຂອງສັດປ່າ, ພືດຜັນ ແລະ ຄົນນັບລ້ານ.
6. ໄຟໄໝ້ມະຫາວິຫານນໍເທີດາມ
ເຫດການກ່ຽວກັບໄຟໄໝ້ທີ່ສຳຄັນອີກເຫດການໜຶ່ງຄື ໄຟໄໝ້ມະຫາວິຫານນໍເທີດາມໃນນະຄອນຫລວງປາຣີສຂອງຝຣັ່ງ ສະຖານທີ່ເກົ່າແກ່ອາຍຸ 850 ປີ ໃນວັນທີ 15 ເມສາ 2019.
ໄຟໄດ້ເລີ່ມລຸກລາມມາຈາກທາງໃນບໍລິເວນໃກ້ກັບຍອດແຫລມຂອງມະຫາວິຫານນໍເທີດາມເມື່ອເວລາປະມານ 18:43 ໂມງ ຕາມເວລາທ້ອງຖິ່ນ ພະນັກງານມອດໄຟປະມານ 500 ຄົນ ຖືກສົ່ງມາຄວບຄຸມໄຟ, ໄຟລຸກລາມເຜົາໄໝ້ຫລັງຄາໄປທາງຕາເວັນອອກ ແລະ ທາງຕາເວັນຕົກ. ເວລາຜ່ານໄປພຽງຊົ່ວໂມງ ຍອດແຫລມໄດ້ພັງລົງມາຫລັງໄຟລາມໄປຮອດຍອດ ກວ່າໄຟຈະມອດຈົນມາເຖິງເວລາ 10:00 ໂມງ ຂອງມື້ຕໍ່ມາ.

