ສະຫະພັນບານເຕະແຫ່ງຊາດລາວ ກຽມຈັດການແຂ່ງຂັນບານເຕະຟຸດຊໍລີກ

ອີງຕາມເພສເຟສບຸກຂອງ ສະຫະພັນບານເຕະແຫ່ງຊາດ ລາວ ວ່າ:
– ອີງຕາມ: ການຕົກລົງ ເຫັນດີຂອງ ຄະນະປະທານະຫະ ພັນບານເຕະແຫ່ງຊາດລາວ.
– ອີງຕາມ: ແຜນການ ເຄື່ອນໄຫວພັດທະນາບານເຕະ ຟຸດຊໍ ຂອງສະຫະພັນບານເຕະ ແຫ່ງຊາດປີ 2017.
ສະຫະພັນບານເຕະແຫ່ງ ຊາດລາວ ມີຄວາມຍິນດີແຈ້ງ ການຖິງບັນດາສະໂມສອນບານ ເຕະຟຸດຊໍທີ່ສົນໃຈຢາກຈະເຂົ້າ ຮ່ວມແຂ່ງຂັນບານເຕະຟຸດຊໍລີກ( 5 ຄົນ) Lao Futsal League 2017 ເຊິ່ງຈະເລິ່ມແຂ່ງຂັນ ວັນ ທີ 17 ກໍລະກົດ ປີ 2017 ເປັນ ຕົ້້ນໄປຢູ່ທີ່ເດີ່ນຮົ່ມຂອງ ສະຫະ ພັນບານເຕະແຫ່ງຊາດລາວ(ຫ້ວຍຫົງ). ເພື່ອເປັນການພັດທະນາ ບານເຕະຟຸດຊໍໃຫ້ມີຄວາມກ້າວ ໜ້າ ແລະ ເພື່ອສັນຫານັກກິລາຜູ້ ທີ່ມີພອນສະຫວັນ ແລະ ຄວາມ ສາມາດບັນຈຸເຂົ້າຝຶກແອບນັກກິ ລາທີມຊາດເພື່ອກະກຽມເຂົ້າ ຮ່ວມແຂ່ງຂັນຟຸດຊໍຊິງແຊ໊ມອາ ຊຽນ ທີ່ປະເທດຫວຽດນາມ ໃນ ທ້າຍປີນີ້.
+ ເງື່ອນໄຂຂອງທີມທີ່ຈະ ເຂົ້າຮ່ວມແຂ່ງຂັນ ມີດັ່ງນີ້:
– ການແຂ່ງຂັນລາຍການ ນີ້ບໍ່ໃຫ້ນັກກິລາທີ່ເຂົ້າຮ່ວມແຂ່ງ ຂັນ ລາວພຣີເມຍລີກ ປະຈຳປີ 2017,ດີວີຊັ້ນ 01 (ສາຍກໍ)ເຂົ້າ ຮ່ວມແຂ່ງຂັນຢ່າງເດັດຂາດ.
– ຈຳນວນທີມເຂົ້າຮ່ວມ ແຂ່ງຂັນມີຈຳກັດພຽງ 16 ທີມ ເທົ່ານັ້ນ.
– ຄ່າສະໝັກ 500,000 ກີບ(ຫ້າແສນກີບ) ແລະ ເງິນຄໍ້າ ປະກັນທີມ 3,000,000 ກີບ.
– ທີມທີ່ໄດ້ເຂົ້າຮ່ວມຈະໄດ້ ຮັບ ຫມາກບານຟຸດຊໍ ທີມລະ 10 ໜ່ວຍ.
– ປິດຮັບສະໝັກວັນທີ 10/ 07/2017 ເວລາ 16,00 ໂມງ.
– ລາຍລະອຽດ: ມາຕິດຕໍ່ ເອົາ ແບບຟອມໃບສະຫມັກທີ່ ແລະ ລົງທະບຽນນັກກິລາສະຫະ ພັນບານເຕະແຫ່ງຊາດລາວ ວັນ ຈັນ ເຖິງ ວັນສຸກ ໃນໂມງລັດຖະ ການ ທີ່ໜ່ວຍງານຟຸດຊໍ ໂທ: 020 78575554, 55411 932,
ດັ່ງນັ້ນ, ຈຶ່ງແຈ້ງການມາ ຍັງບັນດາສະໂມສອນ,ສະຫະພັນແຕ່ລະແຂວງ, ເພື່ອຊາບ ແລະ ປະກອບເອກະສານດັ່ງກຳນົດເວລານີ້ດ້ວຍ.

