ວິທີປູກຜັກຫົມ

ຜັກຫົມ ມັກດິນໜຽວປົນຊາຍ ແລະ ຊຸ່ມໂດຍການປູກດ້ວຍເມັດ ເປັນພືດລົ້ມລຸກ ລຳຕົ້ນສີຂຽວເຕີບໃຫຍ່ງ່າຍ, ທົນແລ້ງໄດ້ດີ ບໍ່ມັກມີນ້ໍາຂັງ ຜັກຫົມມີຫລາຍປະເພດເຊັ່ນ: ຜັກຫົມເຮືອນ, ຜັກຫົມສວນ ແລະ ຜັກຫົມຈີນ ຊຶ່ງເປັນຊະນິດທີ່ຄົນນິຍົມກິນ ແລະ ມີວາງຂາຍທົ່ວໄປນັ້ນກໍຄືຜັກຫົມຈີນ, ຈະມີລຳຕົ້ນຕຸ້ຍສູງ 1-2 ຟຸດ ໃບໃຫຍ່ສີຂຽວເຂັ້ມ ຜັກຫົມມີຊື່ອື່ນໆອີກຄື ຜັກຫົມ (ກວາງ), ຜັກຫົມໃຕ້, ຜັກຫົມກ້ຽງ.

ການກະກຽມດິນ:

ເນື່ອງຈາກຜັກຫົມສາມາດຈະເລີນເຕີບໃຫຍ່ໄດ້ດີແມ່ນຢູ່ດິນໜຽວ  ການລະບາຍນ້ຳດີ ແລະ ບໍ່ມັກນ້ຳຂັງ ການກຽມດິນປູກຄວນໃຊ້ດິນໜຽວ ຫລື ດິນໜຽວປົນຊາຍປະສົມກັບວັດຖຸທາງການກະເສດເຊັ່ນ: ແກບ, ຂີ້ເຖົ່າ, ຂີ້ເລື່ອຍ, ຂີ້ສັດ ໃນອັດຕາສ່ວນດິນກັບວັດສະດຸ 2:1  ໜານປູກອາດປ່ຽນເປັນໜານດິນ ແລະ ໃສ່ດິນປູກ ຫລື ກຽມໜານປູກດ້ວຍການໄຖພູນດິນຮ່ວມກັບການໃສ່ວັດຖຸໃຊ້ສຳລັບການກະເສດໃນອັດຕາ 2-3 ກິໂລ/ຕາແມັດ.

ວິທີປູກ:

ການປູກຈະໃຊ້ວິທີການຫວ່ານເມັດ (ແກ່ນ) ທົ່ວໜານເປັນແຖວ

–           ການຫວ່ານເມັດໃນອັດຕາ 10 ກິໂລ/ໄລ່  ແລ້ວ ຄາດດິນປົກ 1-2 ຮອບ ພ້ອມຫົດນ້ຳໃຫ້ຊຸ່ມ

–           ການຫວ່ານເມັດເປັນແຖວ ໃຫ້ມີໄລຍະຫ່າງ 20-30 ຊັງຕີແມັດ. ໃນອັດຕາດຽວກັນ ພ້ອມຄາດດິນປົກ ແລະ ຫົດນ້ຳໃຫ້ຊຸ່ມ

ການເບິ່ງແຍ່ງບົວລະບັດຮັກສາ:

ຜັກຫົມຈະອອກຫລັງການຫວ່ານເມັດປະມານ 3-7 ມື້ ຂຶ້ນຢູ່ກັບສະພາບແວດລ້ອມ

–           ຈະໃຫ້ນ້ຳທຸກມື້ວັນລະ 1-2 ຄັ້ງ ນັບແຕ່ຫລັງການຫວ່ານເມັດຈົນຮອດກ່ອນໄລຍະເກັບຜົນຜະລິດ 1-2 ມື້ ທັງນີ້ ກໍຄວນໃຫ້ນ້ໍາໃນປະລິມານທີ່ເໝາະສົມບໍ່ໃຫ້ດິນຈູບນ້ຳ ຫລື ມີນ້ຳຖ້ວມຂັງ.

–           ການໃສ່ປຸ໋ຍ ຈະເລີ່ມໃສ່ປຸ໋ຍສູດ 16-8-8 ປະມານ 2-3 ໂດຍເລີ່ມໃສ່ຕັ້ງແຕ່ໄລຍະທີ່ຕົ້ນອອກໃບ 2-4 ໃບ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ