ວິທີລ້ຽງໝູ

ວິທີເຮັດຄອກໝູ
-ພື້ນຢູ່ຄອກຂອງສະຖານທີ່ລ້ຽງຄວນເປັນພື້ນຄອນກີດ ເພື່ອຄວາມສະດວກໃນການ ອະນາໄມໂດຍຂະໜາດຂອງຄອກຄວນມີປະມານ 4X35 ແມັດ ຈຶ່ງຈະສາມາດລ້ຽງໝູ ທີ່ມີຂະໜາດ 60 – 100 ກິໂລ ປະມານ 8-10 ໂຕ
ສ່ວນຄວາມຍາວຂອງຄອກນັ້ນໃຫ້ຂຶ້ນຢູ່ກັບວ່າ ຈຳນວນໝູທີ່ລ້ຽງມີຈຳນວນ ຫລາຍເທົ່າໃດ?
ການໃຫ້ອາຫານໝູ
- ໂດຍໝູນັ້ນເປັນສັດກະເພາະດຽວ ບໍ່ສາມາດຍ່ອຍອາຫານທີ່ມີເຍື່ອຫລາຍໆ ໄດ້ດີຄືສັດກະເພາະລວມຊະນິດອື່ນໆ
ດັ່ງນັ້ນອາຫານທີ່ໃຊ້ລ້ຽງໝູ ຈິ່ງ ຈະຕ້ອງມີໂພສະນາການທີ່ຄົບຖ້ວນ ອາຫານສຳລັບໝູສ່ວນໃຫຍ່ຈະນິຍົມໃຊ້ອາຫານແບບສຳເລັດຮູບ ຫລື ຜູ້ລ້ຽງ ບາງຄົນອາດປະສົມອາຫານເພື່ອໃຊ້ລ້ຽງໝູເອງ ເຊິ່ງຈະຊ່ວຍຫລຸດຕົ້ນທຶນການຜະລິດ ໂດຍໃຊ້ຫົວອາຫານປະສົມລວມກັບຮຳ, ເຂົ້າປາຍ ຫລື ວັດສະດຸອື່ນໆ.
ຕາມສັດອັດຕາສ່ວນທີ່ຜູ້ລ້ຽງເປັນຄົນກຳນົດ ແລະ ການໃຫ້ອາຫານໝູແຕ່ລະ ໄລຍະນັ້ນຈະຕ້ອງມີຄວາມສອດຄ່ອງກັບຄວາມຕ້ອງການບໍລິໂພກຂອງໝູໃນແຕ່ລະໄລຍະອາຍຸ ຂອງໂຕໝູ.
ໂດຍການຈັດານລ້ຽງເບິ່ງໝູ
ຜູ້ລ້ຽງຄວນເລີ່ມລ້ຽງໝູຕັ້ງແຕ່ໄລຍະທີ່ໝູນັ້ນຢ່ານົມ ໂດຍມີນ້ຳໜັກປະມານ 20 ກິໂລ ໂດຍໃຊ້ອາຫານທີ່ມີໂປຣຕີນປະມານ 18% ແລະ ໃຫ້ໝູກິນເຕັມທີ່ປະມານມື້ລະ 1-2 ກິໂລ ຈາກນັ້ນເມື່ອໝູມີນ້ຳໜັກປະມານ 60 ກິໂລ ກໍຈະປ່ຽນອາຫານໂດຍໃຊ້ອາຫານທີ່ມີໂປຣຕີນ 16% ໃຫ້ໝູກິນອາຫານມື້ລະ 2,5-3,5 ກິໂລ ຈົນເຖິງໄລຍະທີ່ຈະສົ່ງຕະຫລາດເມື່ອໝູມີນ້ຳໜັກ ປະມານ 100 ກິໂລ ໂດຍຕະຫລອດເວລາການລ້ຽງ ໝູນັ້ນ ຈະຕ້ອງມີນ້ຳສະອາດໃຫ້ໝູກິນຕະຫລອດ.
- ດ້ານຄວາມສະອາດຂອງສະຖານທີ່ລ້ຽງ ຫລື ຄອກ.
ຜູ້ລ້ຽງຄວນເຮັດຄວາມສະອາອະນາໄມພື້ນຄອກໝູເປັນປະຈຳ ເພື່ອຫລຸດການໜັກໜ່ວງຂອງເຊື້ອໂຣກຕ່າງໆ ທີ່ອາດຈະນຳເຊື້ອໂຣກມາສູ່ໂຕໝູໄດ້ ແລະ ອີກທັງຍັງປ້ອງກັນກິ່ນຈາກຂີ້ໝູໄປລົບກວນຊຸມຊົນສະຖານທີ່ໃກ້ຄຽງອີກດ້ວຍ ແລະ ໝູທຸກໂຕຕ້ອງມີການຖ່າຍພະຍາດ ແລະ ສັກວັກຊິນຕາມກຳນົດ ທີ່ເຮົາໄດ້ຕັ້ງໄວ້ຢ່າງສະໝ່ຳສະເໝີ ເພື່ອໃຫ້ໝູມີສຸຂະພາບທີ່ດີ.

