ຝົນໝາກເຫັບຂະໜາດໃຫຍ່ທີ່ບໍ່ເຄີຍມີມາກ່ອນຕົກຢູ່ເມືອງ Burkburnett

ໂດຍ: ລູກເມືອງພວນ

ວັນທີ 25 ພຶດສະພານີ້, ຝົນໝາກເຫັບໜ່ວຍໃຫ່ຍສໍ່າໝາກພຸກ(ໝາກກ້ຽງໃຫ່ຍ ຫຼື ໝາກສົ້ມໂອ) ຕົກລົງຢູ່ທີ່ ເມືອງ Burkburnett ລັດ Texas ສະຫະລັດອາເມລິກາ, ເຮັດໃຫ້ບ້ານເຮືອນ, ຊັບສິນ ແລະ ຜົນລະປູກເສຍຫາຍຢ່າງໜັກ. ມີເສັ້ນຜ່າກາງ 450 cm.

ຝົນໝາກເຫັບຄັ້ງນີ້, ໄດ້ເຮັດໃຫ້ບັນກາກິດຈະການ, ເສັ້ນທາງຄົມມະນາຄົມ, ເຮືອນຊານບ້ານຊ່ອງ ແລະ ຜົບລະປູກຂອງປະຊາຊົນ ຖືກເສຍຫາຍຢ່າງຮ້າຍແຮງ. ທ່ານ Rick Smith ນັກພະຍາກອນອາກາດວິທະຍາ ແຫ່ງຊາດສະຫະລັດກ່າວວ່າ: “ຂ້ອຍໄດ້ໄປເບິ່ງຄວາມເສຍຫາຍຂອງເຮືອນຫຼັງໜຶ່ງ, ເຫັນໜ່ວຍໝາກເຫັບໃຫ່ຍສໍ່າໜ່ວຍໝາກກ້ຽງນ້ອຍ, ມີເສັ້ນຜ່າກາງ 10 ຊມ ທະລຸແຕ່ແປເຮືອນລົງມາ”.

ຫຼາຍຄອບຄົວໄດ້ລາຍງານຄວາມເສຍຫາຍໃຫ້ຂ້ອຍຊາບ ຊຶ່ງການລາຍງານຂອງພວກເຂົາລ້ວນແຕ່ແມ່ນຄວາມຈິງທັງນັ້ນເພາະຂ້ອຍເຫັນກັບຕາ.

ກ່ອນໜ້ານີ້ ຢູ່ສະຫະລັດກໍເຄີຍມີຝົນໝາກເຫັບຕົກແບບນີ້ມາແລ້ວໃນປີ 2010ແຕ່ກໍມີເສັ້ນຜ່າກາງພຽງ 20 ຊມ ແລະ ມີນໍ້າໜັກເກືອບ 1 ກລເທົ່ານັ້ນ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ