ທາງການວິກຕໍເຣຍປະກາດລັອກດາວເມວເບິນຮອບສອງ ຫລັງພົບຜູ້ຕິດໂຄວິດ-19 ເພີ່ມຕໍ່ເນື່ອງ

ໃນວັນທີ 7 ກໍລະກົດ, ທາງການລັດວິກຕໍເຣຍຂອງອົດສະຕຣາລີ ປະກາດລັອກດາວເມວເບິນຮອບສອງ ຫລັງພົບຜູ້ຕິດໂຄວິດ-19 ໃໝ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍຜູ້ຕິດເຊື້ອໃໝ່ເກືອບທັງໝົດອາໄສຢູ່ໃນລັດນີ້ ທີ່ມີປະຊາກອນໜາແໜ້ນທີ່ສຸດເປັນອັນດັບ 2 ຂອງປະເທດ, ຮອງຈາກລັດນິວເຊົາເວລ ແນະນຳໃຫ້ປະຊາຊົນຢູ່ແຕ່ໃນເຮືອນ ແລະ ອອກມາທາງນອກສະເພາະມີເຫດຈຳເປັນໃນໄລຍະ 6 ອາທິດຕໍ່ຈາກນີ້.
ໃນໄລຍະ 24 ຊົ່ວໂມງຜ່ານມາ, ອົດສະຕຣາລີພົບຜູ້ຕິດເຊື້ອໃໝ່ 199 ຄົນ ສູງເຖິງ 191 ຄົນອາໄສຢູ່ລັດວິກຕໍເຣຍ ໂດຍລັດນິວເຊົາເວລທີ່ມີຜູ້ຕິດເຊື້ອສະສົມຫລາຍທີ່ສຸດໃນອົດສະຕຣາລີ ປັດຈຸບັນເລີ່ມພົບຜູ້ຕິດເຊື້ອໃໝ່ໜ້ອຍລົງໃນລະດັບເລກຫລັກໜ່ວຍ ຕະຫລອດໄລຍະເວລາກວ່າ 6 ເດືອນຜ່ານມາ ອົດສະຕຣາລີມີຜູ້ຕິດເຊື້ອສະສົມແລ້ວ 8.880 ຄົນ, ປິ່ນປົວຫາຍແລ້ວຫລາຍກວ່າ 84% ຂອງຜູ້ຕິດເຊື້ອທັງໝົດ, ເສຍຊີວິດ 106 ຄົນ.
ມາດຕະການເຂັ້ມງວດທາງສັງຄົມຈະຖືກນຳກັບມາໃຊ້ອີກ, ສະຖາບັນການສຶກສາຫລາຍແຫ່ງຈະກັບມາເນັ້ນການຮຽນການສອນຜ່ານລະບົບທາງໄກ ຫລື ອິນເຕີເນັດ, ຮ້ານອາຫານຈະເປີດໃຫ້ບໍລິການສະເພາະແບບຊື້ເມືອເຮືອນເທົ່ານັ້ນ. ຂະນະທີ່ຮ້ານສັບພະສິນຄ້າ, ຮ້ານຄ້າ ແລະ ຮ້ານຕັດຜົມ ຈະຍັງເປີດໃຫ້ບໍລິການແບບເວັ້ນໄລຍະຫ່າງ ແລະ ມີມາດຕະການຮັບມືກັບໂຄວິດ-19 ຕໍ່ໄປ, ສ່ວນປະຊາຊົນໃນລັດອື່ນໆຂອງອົດສະຕຣາລີເລີ່ມທະຍອຍກັບມາໃຊ້ຊີວິດພາຍໃນຄວາມປົກກະໃໝ່ແລ້ວ ໂດຍທາງການຂອງແຕ່ລະລັດຕ່າງເຝົ້າລະວັງການລະບາດຮອບໃໝ່ຢ່າງໃກ້ຊິດ.

