ລາຍໄດ້ TikTok ເຕີບໃຫຍ່ສິບເທົ່າ ຊາວໂລກຕິດລັອກດາວໃຊ້ແອບຫລາຍຂຶ້ນ

New Normal ຂອງຊາວໂລກຊ່ວງໂຄວິດ-19 ຢູ່ເຮືອນບໍ່ມີຫຍັງເຮັດ ຫລິ້ນ TikTok ຈົນເປັນສ່ວນໜຶ່ງຂອງຊີວິດ.
ຈາກຂໍ້ມູນຂອງ Sensor Tower ລາຍງານວ່າ: TikTok ແອັບພິເຄຊັນຍອດນິຍົມຂອງຊາວມິລເລນເນຍ ແຫ່ງສະຫັດສະວັດຂອງ ບໍລິສັດ ByteDance Ltd. ແລະ Douyin (ໂຕອິນ) ແອັບເວີຊັນຈີນຂອງ TikTok ຕິດອັນດັບຕົ້ນໆຂອງໂລກໃນບັນດາແອັບມືຖື ສ້າງລາຍໄດ້ເດືອນເມສາສູງສຸດ ໂດຍບໍ່ລວມລາຍໄດ້ຈາກເກມ ແລະ ການໂຄສະນາ.
ລາຍໄດ້ຂອງ TikTok ແລະ Douyin ໃນເດືອນເມສາເພີ່ມຂຶ້ນເຖິງ 10 ເທົ່າ ມາຢູ່ 78 ລ້ານໂດລາສະຫະລັດ ແຊງແອັບຍອດນິຍົມອື່ນໆເຊັ່ນ: YouTube, Tinder ລວມທັງ Netflix ເຊິ່ງອີງຕາມລາຍໄດ້ຈາກການສະໝັກສະມາຊິກ.
ລາຍໄດ້ສ່ວນໃຫຍ່ຂອງ TikTok ມາຈາກຕະຫລາດຈີນ ໂດຍຄິດເປັນອັດຕາສ່ວນລາຍໄດ້ເພີ່ມຂຶ້ນເຖິງ 86,6%, ຖັດມາແມ່ນ 8,2% ໃນແອັບທັງ 2 ເວີຊັນມີບໍລິການຄືກັນ ຄືວິດີໂອການເຕັ້ນ ແລະ ມີຮຽນແບບຮູບແບບຕ່າງໆ ບໍລິການນີ້ໄດ້ຮັບຄວາມນິຍົມຫລາຍໃນຜູ້ໃຊ້ທົ່ວໂລກ.
ໃນໄຕມາດທຳອິດຂອງປີ 2020 ຫລື ໄລຍະເກີດການລະບາດໃຫຍ່ຂອງໂຄວິດ-19 ມີການດາວໂຫລດ TikTok ແລະ Douyin ເຖິງ 315 ລ້ານຄັ້ງທົ່ວໂລກ ເພີ່ມຂຶ້ນຈາກ 187 ລ້ານຄັ້ງໃນປີກ່ອນໜ້ານີ້ ໂດຍການໃຊ້ງານແອັບທີ່ເພີ່ມຂຶ້ນເປັນຜົນມາຈາກການປິດເມືອງໃນໄລຍະການລະບາດ.
ຕອນນີ້ ByteDance ຍັງອາໄສລາຍໄດ້ຈາກການໂຄສະນາເປັນຫລັກ, ແຕ່ກຳລັງທົດລອງລະບົບການຄ້າອອນລາຍ.
ໃນເວລານີ້ລະບົບການຄ້າອອນລາຍເປັນຄວາມຫວັງໃໝ່ຂອງທຸລະກິດໃນຍຸກຂອງນິວນໍມໍ Emarketer ຄາດວ່າຜູ້ໃຊ້ເຄືອຂ່າຍໂຊຊຽວຫລາຍກວ່າ 75 ລ້ານຄົນທີ່ມີອາຍຸ 14 ປີຂຶ້ນໄປຈະມີການສັ່ງຊື້ຜ່ານລະບົບອອນລາຍຢ່າງໜ້ອຍໜຶ່ງຄັ້ງຈາກຊ່ອງທາງໂຊຊຽວໃນປີ 2020 ເພີ່ມຂຶ້ນ 17,3% ຈາກປີ 2019.

