ສະຖານີໂທລະພາບອິນເດຍ (NDTV)ລາຍງານເມື່ອບໍ່ດົນມານີ້ວ່າ: ເກີດເຫດ ອາຍແກ໊ສຮົ່ວ ຢູ່ໂຮງງານ ຕັດຫຍິບ ໃນອິນເດຍ ເຮັດໃຫ້ມີ ແຮງງານ ເພດຍິງ ຢ່າງໜ້ອຍ 112ຄົນ ຕ້ອງເຂົ້າໂຮງໝໍ ຢ່າງຮີບດ່ວນ ຍ້ອນເກີດ ອາການ ປຸ້ນທ້ອງ ແລະ ປວດຮາກ ແຕ່ຍັງບໍ່ທັນມີ ລາຍງານ ຜູ້ເສຍຊີວິດເທື່ອ. ເຫດການ ດັ່ງກ່າວ ເກີດຂຶ້ນ ໃນລັດ ອານຖຣາປຣະເທດ(Andhra Pradesh) ທາງພາກໃຕ້ ຂອງອິນເດຍ. ຂະນະນີ້ ເຈົ້າໜ້າທີ່ ກ່ຽວຂ້ອງ ພວມສືບສວນ ສອບສວນ ຫາສາເຫດ ທີ່ເກີດຂຶ້ນ ໃນຄັ້ງນີ້ແລ້ວ.