ເຈົ້າໜ້າທີ່ອິນໂດເນເຊຍຍຶດຕົວຫລິ່ນຈຳນວນຫລາຍ

ເມດານ 14 ມິຖຸນາ: ທະຫານເຮືອອິນໂດເນເຊຍບຸກຄົ້ນສາງສິນຄ້າໃກ້ທ່າກຳປັ່ນຢູ່ເກາະສຸມາດຕາ ສາມາດຍຶດໂຕຫລິ່ນ ແລະ ເກັດໄດ້ຈຳນວນຫລາຍ ລວມມູນຄ່າປະມານ 2.500 ລ້ານຣູເປຍ (ເກືອບ 1.536 ລ້ານກີບ) ພ້ອມຈັບກຸມຜູ້ລັກລອບນຳເຂົ້າໄດ້ 2 ຄົນ.
ທ່ານ ຊາຮາລາ ຊີນາກາ ໂຄສົກກອງທັບເຮືອທ້ອງຖິ່ນ ກ່າວວ່າ: ເຈົ້າໜ້າທີ່ໄດ້ບຸກຄົ້ນສາງສິນຄ້າດັ່ງກ່າວໃກ້ເມືອງເມດານໃນວັນທີ 13 ມິຖຸນານີ້ ໂດຍພາຍໃນສາງພົບໂຕຫລິ່ນມີຊີວິດເຖິງ 223 ໂຕ, ໂຕຫລິ່ນແຊ່ແຂງ ແລະ ຕາຍແລ້ວອີກ 24 ໂຕ. ນອກຈາກນີ້ ຍັງມີຖົງຂະໜາດໃຫຍ່ທີ່ບັນຈຸເກັດໂຕຫລິ່ນອີກ 9 ຖົງ ສິນຄ້າເຫລົ່ານີ້ຖ້າຄິດໄລ່ເປັນມູນຄ່າປະມານ 2.500 ລ້ານຣູເປຍ ກຽມຈະສົ່ງຕໍ່ໄປປະເທດມາເລເຊຍ ເຊິ່ງຄາດວ່າອາດຈະນຳໄປໃຊ້ເປັນສ່ວນປະກອບໃນການຜະລິດຢາເສບຕິດ.
ທ່ານ ຊີນາກາ ກ່າວວ່າ: ທັງສອງຕົກເປັນຜູ້ຖືກສົງໄສມີສ່ວນພົວພັນໃນເຄືອຂ່າຍລັກລອບນຳເຂົ້າໂຕຫລິ່ນ. ທັງນີ້ ຖ້າເຈົ້າໜ້າທີ່ພົບວ່າທັງສອງກະທຳຄວາມຜິດຂໍ້ຫາລະເມີດກົດໝາຍຄຸ້ມຄອງສັດປ່າແທ້ ຈະໄດ້ຮັບໂທດຈຳຄຸກສູງສຸດ 5 ປີ ແລະ ປັບໄໝ 100 ລ້ານຣູເປຍ (ປະມານ 61 ລ້ານກວ່າກີບ).

