ອົງການອານາໄມໂລກ(WHO) ກ່າວເຕືອນວ່າ: ໂຄວິດຈະບໍ່ໝົດໄປຈາກໂລກນີ້

ໂດຍ: ລູກເມືອງພວນ

 ເຈົ້າໜ້າທີ່ຂັ້ນສູງຂອງ WHO ກ່າວເຕືອນວ່າ ປະຊາຊົນທົ່ວທັງໂລກ ຈະຕ້ອງຮຽນຮູ້ການຢູ່ຮ່ວມກັບໂຄວິດຕໍ່ໄປ ເພາະມັນຈະບໍ່ໝົດໄປຈາກໂລກນີ້ຈັກເທື່ອ.

Michael Ryan ຜູ້ອຳນວຍການໃຫ່ຍ ຮັຍຜິດຊອບວຽກງານພາວະສຸກເສີນຂອງ ອົງການອານາໄງໂລກ, ວັນທີ 13 ພຶດສະພານີ້ ກ່າວຕໍ່ສື່ມວນຊົນທາງອອນລາຍຈາກ Geneva ວ່າ: “ເປັນຄັ້ງທຳອີດທີ່ພວກເຮົາກຳລັງປະເຊີນກັບໄວຣັດຊະນິດໜຶ່ງ, ຊຶ່ງຍາກທີ່ຈະກະຕວງໄດ້ວ່າ ປານໃດພວກເຮົາຈຶ່ງຈະເອົາຊະນະມັນໄດ້”.

ທ່ານເວົ້າຕື່ມອີກວ່າ: “ໄວຣັດຊະນິດນີ້ ອາດຈະກາຍເປັນໄວຣັດທີ່ ຄຸ້ນເຄີຍກັບຄົນຕໍ່ໄປ ເພາະມັນຈະບໍ່ຫາຍໄປໃສ”, “HIV ກໍບໍ່ໄດ້ຫາຍໄປໃສ ແຕ່ພວກເຮົາຕ້ອງຍອມຮັບຢູ່ຮ່ວມກັບມັນຕໍ່ໄປ”.

ເຖິງຢ່າງໃດກໍຕາມ, ທ່ານເນັ້ນໃຫ້ມະນູດພວກເຮົາຕ້ອງຊອກຫາວິທີການເອົາຊະນະມັນໃຫ້ໄດ້, ນັ້ນກໍຄືການຜະລິດວັກແຊັງ ເພື່ອປາບມັນໃຫ້ໄດ້, ອັນນີ້ ມັນເປັນໂອກາດທີ່ດີໃຫ້ແກ່ໂລກ.

ອົງການອານາໄມໂລກ ກ່າວເຕືອນວ່າ: ບໍ່ມີວິທີອື່ນໃດທີ່ຈະຢັບຢັ້ງບໍ່ໃຫ້ມັນເກີດການລະບາດຄັ້ງທີສອງໄດ້. ມີຫຼາຍປະເທດຢາກປົດລ໊ອກ, ແຕ່ກໍຕ້ອງມີສະຕິໃນລະດັບສູງສຸດ.

 

 

 

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ