ຊຸດຮັບແຂກຂອງພະນັກງານການບິນ ແອເອເຊຍ ມີໜ້າຕາແນວໃດໃນສະພາບ ໂຄວິດ?

ໂດຍ: ລູກເມືອງພວນ

ດ້ວຍຄວາມເປັນຫວ່ງຕໍ່ຄວາມປອດໄພໃນສາຍການບິນ, ມີສາຍການບິນຈຳນວນໜຶ່ງ ໄດ້ມີຄວາມຄິດອອກແບບຊຸດນຸ່ງຂອງພະນັກງານຮັບແຂກ ເພື່ອຄວາມປອດໄພໃນສະພາບໂຄວິດລະບາດ.

ສາຍການບິນ ແອເອເຊຍ ໄດ້ເຊື່ອເຊີນເອົານັກອອກແບບຊາວ ຟີລິບປິນທ່ານ Puey Quiñones ມາອອກແບບໃຫ້ ເພື່ອຄວາມປອດໄພຂອງພະນັກງານຮັບແຂກ ແລະ ຈຸນັກບິນ. ຊຸດການອອກແບບນີ້ ແຕກຕ່າງຢ່າງສິ້ນເຊີງກັບຊຸປະເພນີ ຂອງ ແອເອເຊຍ ໃນເມື່ອກ່ອນ ແຕ່ຈະໄດ້ນຸ່ງສະເພາະແຕ່ເວລາມີການກູ້ໄພເທົ່ານັ້ນ.

ຊຸດດັ່ງກ່າວມີເຄື່ອງໝາຍ ແລະ ສີທີ່ເປັນສັນຍາລັກຂອງບໍລິສັດຕົນ, ຊຶ່ງຈະນຸ່ງປົກຄຸມແຕ່ຫົວເຖິງຕີນ. ຊັ້ນໃນຈະຖືກປິດບັງດ້ວຍແຜ່ນຢາງ ແລະ ແຜ່ນຜ້າໜ້າກາກອານາໄມ N95.

ທ່ານ Quiñones ເວົ້າວ່າ: “ເມື່ອເບິ່ງຊຸດອອກແບບນັ້ນແລ້ວ, ຜູ້ຄົນມີຄວາມຮູ້ສຶກມີຄວາມປອດໄພ, ສຸຂະພາບຂອງເຂົາໄດ້ຮັບຄວາມເອົາໃຈໃສ່. ພ້ອມກັນນີ້ ທາງບໍລິສັດ ກໍຈະເບີ່ງຄວາມປອດໄພໃຫ້ທຸກຄົນທີ່ໃຊ້ບໍລິການສາຍການບິນຂອງຕົນ. ເຖິງຢ່າງໃດກໍດີ, ພວກເຮົາກໍຍັງຮຽກຮ້ອງໃຫ້ທຸກຄົນທີ່ໃຊ້ບໍລິການສາຍການບິນຂອງຕົນຕ້ອງໄດ້ເອົາໃຈໃສ່ປ້ອງກັນຕົວເອງກ່ອນ ແລະ ຄົນຢູ່ອ້ອມຮອບຂ້າງຂອງທ່ານ”.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ