ເລຂາທິການໃຫຍ່ອົງການສະຫະປະຊາຊາດຮຽກຮ້ອງໃຫ້ບັນດາຝ່າຍຢຸດການປະທະກັນຢູ່ຊີຣີຢ່າງຮີບດ່ວນ

ຕາມຂ່າວສານຊິນຮວາ: ທ່ານ ອັນໂທນິໂອ ກູເທີເຣສ໌ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ໄດ້ອອກຖະ ແຫຼງການເນື່ອງໃນໂອກາດວັນຄົບຮອບ 6 ປີ ຂອງການເກີດວິກິດການຊີຣີ ໂດຍໃນວັນທີ 15 ມີນານີ້, ໄດ້ຮຽກຮ້ອງໃຫ້ປະຊາຄົມໂລກໃຊ້ຄວາມກົດດັນຕໍ່ບັນດາຝ່າຍຂອງຊີຣີ ແລະ ຊຸກຍູ້ໃຫ້ການເຈລະຈາສັນຕິພາບເຊີແນວກ່ຽວກັບບັນ ຫາຊີຣີໄດ້ຮັບຜົນສຳເລັດ ເພື່ອຢຸດການປະທະກັນໂດຍໄວ.
ຖະແຫຼງການລະບຸວ່າ: 6 ປີຜ່ານມາ, ປະຊາຊົນຊີຣີເປັນຜູ້ໄດ້ຮັບເຄາະຮ້າຍໃນທ່າມກາງຂອງການປະທະກັນຢ່າງ ໜັກໜ່ວງທີ່ສຸດໃນສະໄໝນີ້ມາໂດຍຕະຫຼອດ ແລະ ເນື່ອງໃນໂອກາດການປະທະກັນໄດ້ກ້າວເຂົ້າສູ່ປີທີ 7, ທ່ານ ກູເທີເຣສ໌ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍທີ່ປະທະກັນປະຕິບັດສອງຂໍ້ໂດຍດ່ວນ ຄືໃຫ້ປະຕິບັດຕາມສັນຍາຢຸດຍິງທີ່ຕົກລົງກັນ ແລະ ໃຫ້ເກີດຜົນເປັນຈິງໃນວັນທີ 30 ທັນວາ 2016 ແລະ ຮັບປະກັນໃຫ້ ການຊ່ວຍເຫຼືອດ້ານມະນຸດສະທຳສາມາດຊ່ວຍເຫຼືອໄດ້ຕາມຄວາມຕ້ອງການຂອງປະຊາຊົນຊີຣີ.
ນັບແຕ່ຊີຣີເກີດການປະທະກັນໃນເດືອນມີນາ 2011 ເປັນຕົ້ນມາ, ໄດ້ເຮັດໃຫ້ມີຄົນເສຍຊີວິດ 3 ແສນກວ່າຄົນ, ປະ ຊາກອນເຄິ່ງໜຶ່ງຂອງຊີຣີຕ້ອງພັດຖິ່ນ ແລະ 13 ລ້ານ 5 ແສນຄົນຕ້ອງການການຊ່ວຍເຫຼືອດ້ານມະນຸດສະທຳ.

