ເກີດເຫດໂຈມຕີ 6 ຈຸດ ໃນນະຄອນຫລວງວຽນນາຂອງໂອຕຣິດ ເສຍຊີວິດ 2 ຄົນ ຕຳຫລວດເລັ່ງລ່າຕົວຄົນຮ້າຍ

ເກີດເຫດຄົນຮ້າຍຫລາຍຄົນໃຊ້ອາວຸດປືນໄຣເຟິລໂຈມຕີ 6 ຈຸດ ໃນນະຄອນຫລວງວຽນນາ ຂອງໂອຕຣິດ. ລາຍງານຫລ້າສຸດລະບຸວ່າ: ມີຜູ້ເສຍຊີວິດຈາກເຫດການນີ້ແລ້ວ 2 ຄົນ ແລະ ມີຜູ້ບາດເຈັບຈຳນວນຫລາຍ, ບາງສ່ວນບາດເຈັບສາຫັດ ແລະ ມີຕຳຫລວດບາດເຈັບນຳ. ຂະນະດຽວກັນ ນາຍົກລັດຖະມົນຕີໂອຕຣິດ ລະບຸວ່າ: ມີຄົນຮ້າຍເສຍຊີວິດ 1 ຄົນ ແລະ ຕຳຫລວດກຳລັງເລັ່ງໄລ່ລ່າຜູ້ກໍ່ເຫດທີ່ກຳລັງຫລົບໜີອີກຢ່າງໜ້ອຍ 1 ຄົນ ໂດຍແນະນຳໃຫ້ປະຊາຊົນຢູ່ໃນເຮືອນ ເພື່ອຄວາມປອດໄພ.
ເຫດການນີ້ເກີດຂຶ້ນໃນຕອນຄໍ່າຂອງວັນທີ 2 ພະຈິກ ຕາມເວລາທ້ອງຖິ່ນ ຫລື ກົງກັບຕອນເຊົ້າຕາມເວລາປະເທດລາວ ໂດຍຈຸດເກີດເຫດຢູ່ໃກ້ກັບໂບດຢິວກາງເມືອງຫລວງຂອງໂອຕຣິດ. ຜູ້ຢູ່ໃນຈຸດເກີດເຫດຄົນໜຶ່ງລະບຸວ່າ: ຂະນະເກີດເຫດມີຜູ້ຄົນອອກໄປນັ່ງຮັບປະທານອາຫານຕາມຮ້ານອາຫານຈຳນວນຫລາຍ ເພາະເປັນໄລຍະກ່ອນທີ່ລັດຖະບານຈະບັງຄັບໃຊ້ມາດຕະການລັອກດາວທີ່ເຂັ້ມງວດຂຶ້ນ ເພື່ອສະກັດການລະບາດຂອງໂຄວິດ-19 ໂດຍຜູ້ຢູ່ໃນເຫດການຄົນນີ້ລະບຸວ່າ: ໄດ້ຍິນສຽງປືນບໍ່ໜ້ອຍກວ່າ 100 ນັດ ແລະ ມີລູກຄ້າຮ້ານອາຫານຄົນໜຶ່ງຖືກຍິງຂະນະນັ່ງຮັບປະທານອາຫານຢູ່.
ຈົນຮອດຕອນນີ້ ທາງການໂອຕຣິດຍັງບໍ່ຢືນຢັນເຖິງແຮງຈູງໃຈໃນການກໍ່ເຫດທີ່ແນ່ນອນ, ແຕ່ເຫດການນີ້ເກີດຂຶ້ນຫລັງຈາກເກີດເຫດຄົນຮ້າຍໃຊ້ມີດໂຈມຕີຜູ້ຄົນຢູ່ບໍລິເວນໂບດໃນເມືອງນິດຂອງຝຣັ່ງໃນທ້າຍເດືອນຜ່ານມາ ຈົນເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ ແລະ ເຮັດໃຫ້ເລີ່ມເກີດຄວາມກັງວົນຂຶ້ນມາວ່າ: ເອີຣົບອາດເປັນເປົ້າໝາຍການກໍ່ການຮ້າຍອີກເທື່ອໜຶ່ງ.
ທ່ານ ເຊບາສຕຽນ ເຄິດ ນາຍົກລັດຖະມົນຕີໂອຕຣິດ ລະບຸວ່າ: ເຫດທີ່ເກີດຂຶ້ນເປັນການກໍ່ການຮ້າຍທີ່ໜ້າກຽດເຊັ່ນດຽວກັບຜູ້ນຳປະເທດເອີຣົບທີ່ອອກມາປະນາມການໂຈມຕີດັ່ງກ່າວ ໂດຍທ່ານ ບໍຣິສ ຈອນສັນ ນາຍົກລັດຖະມົນຕີອັງກິດ ລະບຸວ່າ: ເປັນການໂຈມຕີທີ່ເຮັດໃຫ້ທ່ານຮູ້ສຶກຊັອກ. ຂະນະທີ່ທ່ານ ເອັມມານູເອລ ມາຄຣົງ ປະທານາທິບໍດີຝຣັ່ງ ເນັ້ນວ່າ: ເອີຣົບຕ້ອງບໍ່ຍອມແພ້ຕໍ່ການກໍ່ການຮ້າຍ.

