YAHOO ກຽມປິດທຸລະກິດອິນເຕີເນັດ

YAHOO ຈະປິດການເປັນບໍລິສັດອິດສະລະ ພາຍຫລັງສ້າງຕັ້ງຂຶ້ນໃນປີ 1994 ໂດຍນັກສຶກສາມະຫາວິທະຍາໄລສະແຕນຟອດ 2 ຄົນ ຄື ເດວິດ ຟິໂລ ແລະ ເຈີຣີ ຢາງ ເນື່ອງຈາກຜູ້ຖືຮຸ້ນອະນຸມັດໃຫ້ຈຳໜ່າຍທຸລະກິດອິນເຕີເນັດ ເຊິ່ງເປັນທຸລະກິດຫລັກຂອງບໍລິສັດໃນລາຄາ 4.480 ລ້ານໂດລາສະຫະລັດ ຈາກເຄີຍມີມູນຄ່າຕະຫລາດສູງສຸດເຖິງ 125.000 ລ້ານໂດລາສະຫະລັດ ໃນປີ 2000, ສ່ວນທຸລະກິດອື່ນໆຂອງ YAHOO ຈະປ່ຽນຊື່ເປັນອໍຕາບາ (Altaba). ສື່ໃນອາເມລິກາຄາດວ່າ: ຈະມີການເລີກຈ້າງພະນັກງານໃນ YAHOO ແລະ ເອໂອແອລໃນຕຳແໜ່ງງານທີ່ຊ້ຳຊ້ອນລົງກວ່າ 1.000 ຕຳແໜ່ງ ເພື່ອຄວບເປັນບໍລິສັດໃໝ່ຊື່ Oath.
ນັກວິເຄາະເບິ່ງວ່າ: ກໍລະນີທີ່ນາງ ມາຣິສຊາ ເມເຍີ ປະທານເຈົ້າໜ້າທີ່ບໍລິຫານ YAHOO ອາຍຸ 42 ປີ ກວາດຊື້ກິດຈະການສະຕາຣອັບ ແລະ ເລີກຈ້າງພະນັກງານໄປກວ່າພັນຕຳແໜ່ງເປັນພຽງການຊື້ເວລາທີ່ບໍ່ສາມາດແກ້ໄຂບັນຫາໄດ້ຢ່າງແທ້ຈິງ. ຄະນະກຳມະການບໍລິຫານ YAHOO ຜິດເອງທີ່ແຕ່ງຕັ້ງນາງເປັນຜູ້ບໍລິຫານໃນປີ 2012 ທັງທີ່ບໍ່ມີຄວາມເໝາະສົມ, ເຖິງວ່ານາງເຄີຍເປັນພະນັກງານ Google ຮຸ່ນບຸກເບີກມາແຕ່ປີ 1999 ກໍຕາມ. ຜົນສຳຫລວດໃນເດືອນກ່ອນຊີ້ວ່າ: ນາງເປັນຜູ້ບໍລິຫານທີ່ພະນັກງານຊັງຫລາຍທີ່ສຸດ, ຮອງຈາກທ່ານ ອອສກາ ມູນອສ ຜູ້ບໍລິຫານສາຍການບິນຢູໄນເຕັດແອລາຍ. ນັກວິເຄາະຊີ້ວ່າ: YAHOO ເປັນຜູ້ລິເລີ່ມແນວຄິດການຄົ້ນຫາໃນອິນເຕີເນັດ ໂດຍການເປັນເວບຈັດໝວດໝູ່ການຄົ້ນຄວ້າ, ຈາກນັ້ນຂະຫຍາຍເນື້ອໃນໄປຢ່າງຫລວງຫລາຍຈົນລືມທຸ້ມເທຊັບພະຍາກອນດ້ານວິສະວະກຳໃຫ້ແກ່ການຄົ້ນຫາ ແລະ ຖືກ Google ທີ່ຕັ້ງຂຶ້ນໃນປີ 2011 ຊີງຕຳແໜ່ງໄປ.

