ຈຳນວນຜູ້ເສຍຊີວິດຈາກໂຄວິດໃນຍີ່ປຸ່ນ ຫລຸດຕໍ່າທີ່ສຸດໃນຮອບ 16 ເດືອນ ເຫລືອສະເລ່ຍວັນລະບໍ່ຮອດ 1 ຄົນ

ສະຖານະການໂຄວິດໃນຍີ່ປຸ່ນດີຂຶ້ນເລື້ອຍໆ ມີຍອດຜູ້ເສຍຊີວິດສະເລ່ຍເຫລືອບໍ່ເຖິງ 1 ຄົນຕໍ່ວັນ ເຖິງວ່າບໍ່ໄດ້ລັອກດາວ.

ວັນທີ 7 ທັນວາ 2021, ສຳນັກຂ່າວບລູມເບິກ (Bloomberg) ລາຍງານວ່າ: ໃນຮອບອາທິດຜ່ານມາ ຍີ່ປຸ່ນພົບຜູ້ເສຍຊີວິດຈາກພະຍາດໂຄວິດ-19 ພຽງ 6 ຄົນ ຫລື ຄິດເປັນຄ່າສະເລ່ຍບໍ່ເຖິງ 1 ຄົນຕໍ່ວັນ.

ໂດຍສະຖານະການການລະບາດໃນຍີ່ປຸ່ນຖືວ່າດີຂຶ້ນຢ່າງຕໍ່ເນື່ອງ ໂດຍລາຍງານຜູ້ຕິດເຊື້ອປະຈຳວັນທີ 6 ທັນວາຜ່ານມາ ມີຜູ້ຕິດເຊື້ອຕໍ່ວັນ 54 ຄົນ. ຂະນະທີ່ຄ່າສະເລ່ຍຕໍ່ອາທິດຢູ່ປະມານ 100 ຄົນຕໍ່ວັນ.

ຍີ່ປຸ່ນຖືເປັນປະເທດທີ່ບໍ່ເຄີຍໃຊ້ມາດຕະການລັອກດາວແບບຈິງຈັງມາກ່ອນ ໂດຍສ່ວນຫລາຍເປັນພຽງການຂໍການຮ່ວມມືເທົ່ານັ້ນ, ຄາດວ່າໜຶ່ງໃນສາເຫດທີ່ເຮັດໃຫ້ຍີ່ປຸ່ນຢຸດຢັ້ງການລະບາດຂອງເຊື້ອສາຍພັນເດວຕາໄດ້ ຄືການລະດົມສັກວັກຊີນທີ່ວ່ອງໄວພາຍໃນໄລຍະເວລາອັນສັ້ນນັບແຕ່ກາງປີ.

ການທີ່ປະຊາຊົນໃສ່ຜ້າປິດປາກ-ດັງເກືອບທັງໝົດ ເຖິງວ່າທາງການຈະບໍ່ໄດ້ອອກມາດຕະການບັງຄັບ ອາດເປັນອີກສ່ວນໜຶ່ງທີ່ຊ່ວຍໃຫ້ການແຜ່ກະຈາຍຂອງເຊື້ອຫລຸດລົງ.

ໃນອາທິດຜ່ານມາ, ຫລັງມີລາຍງານການປາກົດຂຶ້ນຂອງເຊື້ອສາຍພັນຫລ້າສຸດ ຄືໂອມິຄຣອນ ທາງລັດຖະບານຍີ່ປຸ່ນກໍໄດ້ອອກມາດຕະການໂຈະການເດີນທາງຂອງຊາວຕ່າງປະເທດຢ່າງວ່ອງໄວ ລວມທັງຈຳກັດຈຳນວນຂອງຊາວຍີ່ປຸ່ນທີ່ຈະເດີນທາງເຂົ້າປະເທດ.

ປັດຈຸບັນຫລາຍຝ່າຍກຳລັງຕິດຕາມເບິ່ງວ່າ: ໃນຊ່ວງລະດູໜາວທີ່ກຳລັງຈະມາເຖິງ ບວກກັບການທີ່ວັກຊີນ ເຊິ່ງສັກໄປເມື່ອຊ່ວງກາງປີມີທ່າອ່ຽງຈະມີປະສິດທິພາບຫລຸດລົງ ຈະເຮັດໃຫ້ການລະບາດຂອງພະຍາດໂຄວິດ-19 ໃນຍີ່ປຸ່ນກັບມາ ຫລື ບໍ່.

ແຕ່ສຳລັບໃນຕອນນີ້ ຍີ່ປຸ່ນກາຍເປັນປະເທດທີ່ຄວບຄຸມການລະບາດດີທີ່ສຸດເປັນອັນດັບຕົ້ນໆຂອງໂລກໄປແລ້ວ.

ອ້າງອີງ:

https://www.bloomberg.com/…/japan-s-covid-deaths-lowest…