ສະພາບກັກກັນໂຕເອງປ້ອງກັນໂຄວິດ-19 ແຕ່ນະຄອນຫລວງຍັງມີຜູ້ເສຍຊີວິດຈາກອຸປະຕິເຫດ 4 ຄົນ

ໄລຍະປີໃຫມ່ລາວ, ເຖິງວ່າລັດຖະບານໄດ້ເພີ່ມມາດຕະການຫລາຍຢ່າງເພື່ອສະກັດກັ້ນ ແລະ ຕ້ານການລະບາດຂອງພະຍາດໂຄວິດ -19 ດ້ວຍຄວາມເຂັ້ມງວດ, ໂດຍສະເພາະແມ່ນການຈຳກັດໂຕເອງຢູ່ບ້ານເຮືອນ, ຫລຸດຜ່ອນການອອກໄປທາງນອກໂດຍບໍ່ຈຳເປັນ ແລະ ງົດການຈັດງານສ້າງສັນຕ່າງໆ, ຫ້າມຂາຍເຫລົ້າຂາຍເບຍ, ຊຸມແຊວທີ່ມີຫລາຍຄົນໃນໄລນີ້, ແຕ່ທົ່ວນະຄອນຫຼວງວຽງຈັນຍັງມີຜູ້ອຸປະຕິເຫດເກີດຂຶ້ນ 11 ກໍລະນີ, ສົ່ງຜົນໃຫ້ມີຜູ້ເສຍຊີວິດ 4 ຄົນ,
ທຽບໃສ່ໄລຍະດຽວຂອງປີຜ່ານມາ ຫລຸດລົງ 9 ກໍລະນີ ແລະ ຜູ້ເສຍຊີວິດຫຼຸດລົງພຽງ 1 ຄົນ. ເຈົາຫນ້າທີ່ຈະລາຈອນໃຫ້ຮູ້ວ່າ: ການເກີດອຸບັດເຫດດັ່ງກ່າວ ເຮັດໃຫ້ມີພາຫະນະເປ່ເພກ່ວາ 20 ຄັນ ແລະ ມີຄົນໄດ້ຮັບບາດເຈັບ 10 ກ່ວາຄົນ , ເມືອງໄທານີເປັນເມືອງທີ່ເກີດອຸບັດເຫດຫຼາຍກວ່າໝູ່, ສ່ວນຫລາຍແມ່ນກຸ່ມອາຊີບກໍາມະກອນ.

