6 ເດືອນຕົ້ນປີ 2020 ທົ່ວປະເທດມີຜູ້ຕິດເຊື້ອໄຂ້ຍຸງລາຍຫລາຍກວ່າ 2.000 ຄົນ ແລະ ເສຍຊີວິດ 5 ຄົນ

ດັ່ງທີ່ພວກເຮົາຮູ້ແລ້ວວ່າທຸກໆປີກ້າວເຂົ້າສູ່ລະດູຝົນ, ພະຍາດໄຂ້ຍຸງລາຍມັກຈະເກີດຂຶ້ນໃນຫລາຍແຂວງທົ່ວປະເທດ ແລະ ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ ແລະ ສຸຂະພາບຂອງພໍ່ແມ່ປະຊາຊົນ. ນັບແຕ່ວັນທີ 1 ມັງກອນ2020 ຫາ 24 ມິຖຸນານີ້ ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍທົ່ວປະເທດທັງໝົດ 2.127 ຄົນ, ໃນນັ້ນແຂວງທີ່ມີຜູ້ຕິດເຊື້ອຫລາຍກວ່າໝູ່ແມ່ນນະຄອນຫລວງວຽງຈັນ 470 ກໍລະນີ, ແຂວງ ວຽງຈັນ 301 ກໍລະນີ, ບໍລິຄຳໄຊ 245 ກໍລະນີ ແລະ ແຂວງອັດຕະປື 227 ກໍລະນີ. ມີຜູ້ເສຍຊີວິດມີທັງໝົດ 5 ຄົນ, ໃນນັ້ນນະຄອນຫລວງວຽງຈັນ 2 ຄົນ, ບໍລິຄຳໄຊ 1 ຄົນ, ຄຳມ່ວນ 1 ຄົນ ແລະ ໄຊຍະບູລີ 1 ຄົນ.
ເພື່ອຕ້ານ ແລະ ສະກັດກັ້ນບໍ່ໃຫ້ເຊື້ອພະຍາດໄຂ້ຍຸງລາຍແພ່ລະບາດເປັນວົງກວ້າງ ພວກເຮົາຕ້ອງພ້ອມກັນປະຕິບັດຄຳຂັວນທີ່ວ່າ ບໍ່ມີໜອນນ້ຳຍຸງລາຍ ກໍ່ບໍ່ມີຍຸງລາຍ ແລະ ບໍ່ມີໄຂ້ເລືອດອອກ ພ້ອມທັງປະຕິບັດ 5 ປ ຢ່າງເຄັ່ງຄັດເພື່ອທຳລາຍແຫລ່ງເພາະພັນຂອງຍຸງລາຍ
- ປິດ ຝາພາຊະນະທີ່ເກັບນ້ຳໃນເຮືອນແລະນອກເຮືອນບໍ່ໃຫ້ຍຸງລາຍມາໄຂ່ໃສ່;
- ປ່ຽນ ນ້ຳໃນພາຊະນະເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້, ຖ້ານຮອງຈອກນ້ຳ;
- ປ່ອຍ ປາຫາງນົກຍຸງເພື່ອກິນໜອນນ້ຳ;
- ປັບປຸງ ສິ່ງແວດລ້ອມອ້ອມເຮືອນບໍ່ໃຫ້ມີກະໂປະກະປ໋ອງ, ຢາງຕີນລົດເກົ່າທີ່ມີນ້ຳຂັງ;
- ປະຕິບັດ ໃຫ້ເປັນນິໄສປະຈຳທຸກໆອາທິດໃນການທຳລາຍເຊື້ອໄຂ້ຍຸງລາຍ.

