ຜູ້ນຳນິວຊີແລນ ຕັດເງິນເດືອນຕົນເອງ 6 ເດືອນ ຊ່ວຍປະເທດສູ້ໂຄວິດ-19

    ນາຍົກລັດຖະມົນຕີ ຈາຊິນດາ ອາເດິນ ນຳພາຄະນະລັດຖະບານນິວຊີແລນ ຕັດເງິນເດືອນ 20% ເປັນເວລາ 6 ເດືອນ ເພື່ອບັນເທົາຄວາມເດືອດຮ້ອນຂອງປະຊາຊົນ ທ່າມກາງວິກິດການແຜ່ລະບາດຂອງໂຄວິດ-19.

     ສຳນັກຂ່າວຕ່າງປະເທດລາຍງານວ່າ: ນາຍົກລັດຖະມົນຕີ ຈາຊິນດາ ອາເດິນ ຖະແຫລງໃນວັນທີ 15 ເມສາວ່າ: ສະມາຊິກທຸກຄົນໃນຄະນະລັດຖະບານ ລວມທັງທ່ານ, ລັດຖະກອນລະດັບຜູ້ບໍລິຫານ ແລະ ຜູ້ອຳນວຍການໜ່ວຍງານດ້ານການບໍລິການສາທາລະນະທຸກແຫ່ງ ພ້ອມໃຈຕັດເງິນເດືອນຂອງຕົນເອງເປັນເວລາ 20% ພາຍໃນໄລຍະເວລາ 6 ເດືອນຕໍ່ຈາກນີ້ ໂດຍຫວັງວ່າການດຳເນີນການດັ່ງກ່າວຈະຊ່ວຍບັນເທົາແຮງສຽດທານທາງເສດຖະກິດ ເຊິ່ງເປັນຜົນເນື່ອງຈາກການແຜ່ລະບາດຂອງໂຄວິດ-19.