ເຈົ້າໜ້າທີ່ຕຳຫລວດໜອງຄາຍ ຢຶດຢາໄອສ໌ ທີ່ຂົນຂ້າມຈາກຝັ່ງຂອງປະເທດລາວໄດ້ 215 ກິໂລກຣາມ

ວັນທີ 27 ມີນາ 2022 ຜ່ານມານີ້ ເຈົ້າໜ້າທີ່ຕຳຫລວດ ຈັງຫວັດໜອງຄາຍ ປະເທດໄທ ກວດພົບການຂົນຍ້າຍຢາເສບຕິດຂ້າມຈາກຝັ່ງລາວ ເຂດທ່າບ້ານຕານຊຸມ ອຳເພີລັດຕະນະວາປີ ກົງກັນຂ້າມກັບເຂດບ້ານ ຫ້ວຍສາຍພາຍ ເມືອງທ່າພະບາດ ແຂວງບໍລິຄຳໄຊ ເຈົ້າໜ້າທີ່ສາມາດຢຶດຢາໄອສ໌ໄດ້ຈຳນວນ 215 ກິໂລກຣາມ ຄິດເປັນມູນຄ່າປະມານ 75 ລ້ານບາດ ຫລື 29,2 ຕື້ກີບ ສ່ວນຜູ້ຂົນສົ່ງຢາແມ່ນບໍ່ສາມາດຈັບໄດ້ ເນື່ອງຈາກກຸ່ມຄົນດັ່ງກ່າວຂັບເຮືອກັບເຂົ້າເຂດນ່ານນໍ້າຂອງ ຝັ່ງ ສປປ ລາວກ່ອນ.
ສ່ວນທາງເຈົ້າໜ້າທີ່ໄທແມ່ນຈະໄດ້ສືບສວນສອບ ແລະ ກວດສອບເພື່ອຊອກຫາຄູ່ຮ່ວມມືຄ້າຂາຍຢາເສບຕິດຊຸດດັ່ງກ່າວນີ້ ນຳມາລົງໂທດຕາມລະບຽບກົດໝາຍ
ຂ່າວຈາກ: ຂ່າວອອນລາຍໜອງຄາຍ

