ຊ໊ອກວົງການກິລາ..! ທີມແພດສະໂມສອນແຣ໊ງ ຂ້າຕົວຕາຍຫຼັງຈາກຮູ້ວ່າຕິດເຊື້ອໂຄວິດ-19

ວົງການບານເຕະຂອງຝຣັ່ງ ໄດ້ຮັບຂ່າວທີ່ບໍ່ດີ ເມື່ອ ແບກນາ ກອນຊາເລສ ອາຍຸ 60 ປີ ແພດປະຈຳສະໂມສອນແຣ໊ງ ໄດ້ຕັດສິນໃຈຈົບຊີວິດຕົນເອງດ້ວຍການຂ້າຕົວຕາຍ ຫຼັງຊາບຜົນກວດວ່າຕົນເອງຕິດເຊື້ອໄວຣັສໂຄວິດ-19.
ກ່ອນໜ້ານັ້ນ ກອນຊາເລສ ໄດ້ຂຽນຈົດໝາຍລາຕາຍເອົາໄວ້ ແຕ່ທາງສະໂມສອນດັ່ງກ່າວບໍ່ໄດ້ເປີດເຜີຍວ່າ ເພາະສາເຫດໃດຈຶ່ງເຮັດໃຫ້ ກອນຊາເລສ ຄິດຂ້າຕົວຕາຍ, ທາງດ້ານ ຊອງ-ປິເເອ ເກໂຍ ປະທານສະໂມສອນແຣ໊ງ ເປີດເຜີຍວ່າ: ຮູ້ສຶກຊ໊ອກຕໍ່ເຫດການດັ່ງກ່າວ ເພາະວ່າ ກອນຊາເລສ ຖືເປັນແພດຄົນສຳຄັນປະຈຳສະໂມສອນ ເພາະໄດ້ເຮັດວຽກກັບສະໂມສອນມາເຖິງ 23 ປີ.

