ຈີນລາຍງານພົບຜູ້ຕິດເຊື້ອໂຄໂຣນາໄວຣັສສາຍພັນໃໝ່

ເຈົ້າໜ້າທີ່ສາທາລະນະສຸກໃນເມືອງອູ່ຮັນຂອງຈີນລາຍງານວ່າ: ພົບຜູ້ປ່ວຍລາຍໃໝ່ທີ່ຕິດເຊື້ອໂຄໂຣນາໄວຣັສສາຍພັນໃໝ່ ແລະ ຈຳນວນຜູ້ປ່ວຍພະຍາດປອດອັກເສບທີ່ກ່ຽວຂ້ອງກັບໄວຣັສດັ່ງກ່າວ ເພີ່ມຂຶ້ນຈາກ 136 ຄົນເປັນ 198 ຄົນ ໃນທ້າຍອາທິດ ແລະ ມີ 1 ຄົນ ເສຍຊີວິດ ເຮັດໃຫ້ຈຳນວນຜູ້ເສຍຊີວິດຈາກພະຍາດດັ່ງກ່າວ ເພີ່ມເປັນ 3 ຄົນແລ້ວ ແລະ ຍັງມີອີກ 9 ຄົນ ທີ່ຍັງຢູ່ໃນສະພາບວິກິດ.
ນອກຈາກນີ້ ຍັງມີຜູ້ປ່ວຍອີກ 2 ຄົນ ຢູ່ນະຄອນຫລວງປັກກິ່ງ ແລະ ອີກ 1 ຄົນ ຢູ່ເມືອງເສິ່ນເຈິ້ນ ມົນທົນກວາງຕຸ້ງ ທີ່ໄດ້ຮັບການຢືນຢັນວ່າຕິດເຊື້ອໄວຣັສ ໂດຍມີລາຍງານວ່າທັງສາມຄົນເຄີຍໄປເມືອງອູ່ຮັນມາກ່ອນ ແລະ ຖືເປັນຄັ້ງທຳອິດທີ່ທາງການຈີນປະກາດຢືນຢັນວ່າມີຜູ້ຕິດເຊື້ອໄວຣັສນອກເມືອງອູ່ຮັນ.
ຄະນະກຳມະການສຸຂະພາບແຫ່ງຊາດຂອງຈີນໄດ້ຮຽກຮ້ອງໃຫ້ລັດຖະບານທ້ອງຖິ່ນ ເພີ່ມຄວາມເຂັ້ມງວດໃນການຄັດກອງ ແລະ ປະກາດຢືນຢັນການຕິດເຊື້ອລາຍໃໝ່ໃນທັນທີທີ່ພົບ, ຂະນະທີ່ປະຊາຊົນຈີນສ່ວນຫລາຍກຳລັງຈະເລີ່ມເດີນທາງໃນຊ່ວງມື້ພັກຕຸດຈີນຈະເລີ່ມໃນວັນທີ 24 ມັງກອນນີ້ ແລະ ທາງຄະນະກຳມະການສຸຂະພາບແຫ່ງຊາດຂອງຈີນ ມີແຜນຈະເພີ່ມການກວດສອບໃນໄລຍະເວລາດັ່ງກ່າວ ເພື່ອຄວບຄຸມການລະບາດຂອງໄວຣັສສາຍພັນໃໝ່ນີ້.

