ອີຕາລີ ພົບວິກິດໜັກມີຜູ້ເສຍຊີວິດຈາກໂຄວິດ-19 ໃນມື້ໜຶ່ງຫລາຍກວ່າ 900 ຄົນ

    ສຳນັກງານຂ່າວ ຣອຍເຕີ ລາຍງານໃນວັນທີ 28 ມີນານີ້ວ່າ: ສຳນັກງານຄຸມຄອງພົນລະເຮືອນອີຕາລີເປີດເຜີຍຍອດຜູ້ເສຍຊີວິດຈາກໂຄວິດ-19 ໃນອີຕາລີເພີ່ມຂຶ້ນກວ່າ 919 ຄົນ, ເຮັດໃຫ້ຍອດສະສົມເປັນ 9.134 ຄົນ. ເຊິ່ງນັບເປັນສະຖິຕິໃໝ່ທີ່ພົບຜູ້ເສຍຊີວິດຫລາຍທີ່ສຸດຕັ້ງແຕ່ເກີດການແຜ່ລະບາດໂຄວິດ-19 ໃນອີຕາລີ.

    ຂະນະທີ່ພົບຜູ້ຕິດເຊື້ອທີ່ໄດ້ຮັບການຢືນຢັນເພີ່ມຂຶ້ນເປັນ 86.498 ຄົນ ຈາກ 80.539 ຄົນ, ເຊິ່ງໃນຂະນະນີ້ຍອດຜູ້ຕິດເຊື້ອໄດ້ນຳໜ້າປະເທດຈີນຂຶ້ນເປັນອັບດັບທີ 2 ຮອງຈາກສະຫະລັດອາເມລິກາ ແລະ ມີຍອດຜູ້ເສຍຊີວິດຫລາຍທີ່ສຸດເປັນອັບດັບ 1 ຂອງໂລກ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ