121 ປະເທດຂໍ ສ.ເກົາຫລີ ຊ່ວຍເຫລືອເລື່ອງໄວຣັສ

ສ.ເກົາຫລີ ໄດ້ຮັບການຮ້ອງຂໍຈາກ 121 ປະເທດສຳລັບການຊ່ວຍເຫລືອໃນການທົດສອບການຕິດເຊື້ອໄວຣັສໂຄວິດ-19 ເຊິ່ງປັດຈຸບັນທົ່ວໂລກກຳລັງຫາທາງຢັບຢັ້ງການແຜ່ລະບາດໃຫ້ໄດ້.
ສ.ເກົາຫລີ ໃຊ້ມາດຕະການກວດສອບຢ່າງກວ້າງຂວາງ ເພື່ອຫາຕົວຜູ້ຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ຫລື ໂຄວິດ-19 ດ້ວຍລະບົບການຕິດຕາມຕົວບຸກຄົນຜູ້ສຳຜັດໃກ້ຊິດກັບຜູ້ປ່ວຍຕິດເຊື້ອ ຈົນໄດ້ຮັບການຍອມຮັບຢ່າງກວ້າງຂວາງວ່າຊ່ວຍຢັບຢັ້ງການແຜ່ລະບາດຂອງໄວຣັສໂຄວິດ-19 ໃນ ສ.ເກົາຫລີ ເຊິ່ງຄັ້ງໜຶ່ງຖືວ່າເປັນປະເທດທີ່ພົບການແຜ່ລະບາດຮຸນແຮງເປັນອັນດັບສອງຮອງຈາກຈີນ.
ເຈົ້າໜ້າທີ່ກະຊວງການຕ່າງປະເທດຂອງ ສ.ເກົາຫລີ ເປີດເຜີຍວ່າ: ສ.ເກົາຫລີ ໄດ້ຮັບການຮ້ອງຂໍຈາກຫລາຍປະເທດ ເພາະເຫັນປະສົບການຂອງ ສ.ເກົາຫລີ ໃນການຮັບມືນັບແຕ່ຕົ້ນຂອງການແຜ່ລະບາດ ຈົນເຖິງປັດຈຸບັນມີລວມແລ້ວ 121 ປະເທດທີ່ຂໍການຊ່ວຍເຫລືອເຂົ້າມາ.
ດັ່ງນັ້ນ ສ.ເກົາຫລີ ຈຶ່ງໄດ້ຕັ້ງຄະນະກຳມະການສະເພາະກິດຂຶ້ນມາຊຸດໜຶ່ງ ເພື່ອເຮັດໜ້າທີ່ພິຈາລະນາວ່າຈະສາມາດຈັດສັນການຊ່ວຍເຫລືອແນວໃດແດ່ໃຫ້ປະເທດທີ່ຮ້ອງຂໍເຂົ້າມາ ບໍ່ວ່າຈະເປັນຊຸດກວດ ຫລື ການຊ່ວຍເຫລືອເພື່ອມະນຸດສະທຳອື່ນໆ.
ເຖິງວ່າເຈົ້າໜ້າທີ່ຈະບໍ່ເປີດເຜີຍຊື່ປະເທດ, ແຕ່ຜູ້ຜະລິດຊຸດກວດຂອງ ສ.ເກົາຫລີ ເຄີຍຕິດຕໍ່ກັບບໍລິສັດຜູ້ຈັດຫາຢູ່ອາເມລິກາແລ້ວ ແລະ ອີກບາງປະເທດເຊັ່ນ: ອິຕາລີ.
ນອກຈາກນັ້ນ ໃນອາທິດຜ່ານມາ ປະທານາທິບໍດີ ໂດນັລ ທຣຳ ຂອງອາເມລິກາ ໄດ້ຮ້ອງຂໍການຊ່ວຍເຫລືອມາຫາປະທານາທິບໍດີຂອງ ສ.ເກົາຫລີ ເພື່ອຂໍໃຫ້ຈັດຫາອຸປະກອນທາງການແພດ ແລະ ສັນຍາວ່າຈະຊ່ວຍບໍລິສັດຂອງ ສ.ເກົາຫລີ ໃຫ້ຜ່ານການອະນຸມັດຕາມເກນຂອງອາເມລິກາ.

