ລັດຖະມົນຕີແຮງງານລົງຕິດຕາມການຮັບເອົາແຮງງານລາວມາຈາກລາຊະອານາຈັກໄທ ໃນສະພາບໂຄວິດ-19 ລະບາດ

ໃນວັນທີ 23 ມີນານີ້, ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ລົງຕິດຕາມການຮັບແຮງງານລາວເດີນທາງກັບມາຈາກປະເທດເພື່ອນບ້ານລາຊະອານາຈັກໄທຢູ່ທີ່ ດ່ານຂົວມິດຕະພາບລາວ-ໄທ 1 ໃນສະພາບການລະບາດຂອງພະຍາດ ໂຄວິດ-19, ໂດຍ ທ່ານ ຮອງຫົວຫນ້າດ່ານດັ່ງກ່າວໃຫ້ຮູ້ວ່າ: ນັບແຕ່ເວລາ 6:00 ເຊົ້າຂອງມື້ນີ້ເປັນຕົ້ນມາ ໄດ້ມີແຮງງານລາວຢູ່ລາຊະອານາຈັກໄທເດີນທາງກັບຄືນມາປະເທດຫລາຍກ່ວາ 500 ຄົນ, ທີ່ສັງກັດຢູ່ 12 ແຂວງ, ອັນໄດ້ເຮັດໃຫ້ຢູ່ດ່ານມີຄວາມອັ່ງອໍ ແລະ ການຄັດກອງໂຄວິດ-19 ມີຄວາມຫຍຸ້ງຍາກ, ດັ່ງນັ້ນຄະນະສະເພາະກິດຈິ່ງໄດ້ ຈັດລົດນຳສົ່ງພວກກ່ຽວໄປໄວ້ຢູ່ ສະຖານນີລົດໄຟທ່ານາແລ້ງ ເພື່ອດຳເນີການກວດກາຄັດກອງ ແລະ ເກັບກຳຂໍ້ມູນຕ່າງໆຕາມຫລັກການການແພດ ແລະ ໄດ້ຈັດສະຖານທີ່ກັກຕົວຊົ່ວຄາວໄວ້ແລ້ວ 6 ແຫ່ງຄື: ໂຮງຮຽນປະຖົມດອນກອຍ, ມສ ຫມາກນາວ ແລະ ບ່ອນອື່ນໆທີ່ເຫັນມີຄວາມເຫມາະສົມ ແລະ ສະດວກ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ