ຕໍາຫລວດລາວ-ກໍາປູເຈຍ ແລກປ່ຽນບົດຮຽນວຽກງານສະກັດກັ້ນ-ຕ້ານຢາເສບຕິດ

ວັນທີ 4 ກັນຍາ 2025 ລາວ-ກຳປູເຈຍ ປຶກສາຫາລືແລກປ່ຽນບົດຮຽນວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດ ຝ່າຍລາວນຳໂດຍ ພັນເອກ ແພງ ໄຊຍະວົງ ຫົວໜ້າກົມຕໍາຫລວດສະກັດຫັ້ນ ແລະ ຕ້ານຢາເສບຕິດ ກົມໃຫຍ່ຕໍາຫລວດ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ຝ່າຍກໍາປູເຈຍນໍາ ໂດຍ ພົນໂທ ຄິງ ສາຣັດ ຫົວໜ້າກົມຕໍາຫລວດຍຸຕິທໍາ ສໍານັກງານຕໍາຫລວດແຫ່ງຊາດ ກະຊວງພາຍໃນ ແຫ່ງຣາຊະອານາຈັກກໍາປູເຈຍ ແລະ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.

ພັນເອກ ແພງ ໄຊຍະວົງ ໃຫ້ຮູ້ວ່າ: ສປປ ລາວ ມີຊາຍແດນຕິດກັບ 5 ປະເທດ ແລະ ພື້ນທີ່ຊາຍແດນພາກເໜືອ ຕິດກັບສາມຫຼ່ຽມຄໍາ ຍ້ອນທີ່ຕັ້ງທາງດ້ານພູມສາດ ມີຈຸດພິເສດເປັນພູຜາປ່າດົງສະຫລັບສັບຊ້ອນ ແລະ ລັກສະນະ ດັ່ງກ່າວ ພວກກຸ່ມເປົ້າໝາຍຄ້າຂາຍຢາເສບຕິດ ໄດ້ສວຍໃຊ້ດິນແດນຂອງ ສປປ ລາວ ເປັນທາງຜ່ານ ລັກລອບຂົນສົ່ງຢາເສບຕິດ ໄປຍັງບັນດາປະເທດຕ່າງໆ ແລະ ຈໍານວນໜຶ່ງກໍຈໍາໜ່າຍຢູ່ພາຍໃນ, ພວກເຂົາໄດ້ມີການເຄື່ອນໄຫວໂດຍໃຊ້ເລ່ລ່ຽມອັນເລິກແລບແນບນຽນ ດ້ວຍຫລາຍວິທີການ, ຮູບການ, ມີການຈັດຕັ້ງເປັນກຸ່ມແກ້ງ ມີຜູ້ບັນຊາ, ເປັນເຄືອຄ່າຍຕິດຈອດເຊື່ອມໂຍງເປົ້າໝາຍພາຍໃນ ແລະ ຕ່າງປະເທດ. ຢາເສບຕິດທີ່ພົບເຫັນຢູ່ ສປປ ລາວ ສ່ວນຫລາຍແມ່ນ: ຢາບ້າ, ຢາໄອສ໌, ຢາອີ, ເຮໂຣອິນ, ເຄຕາມິນ, ຝິ່ນ, ຄັນຊາ ແລະ ຢາເສບຕິດຮູບແບບໃໝ່ເຊັ່ນ: ຄໍລາເຈັນ, ກາເຟ, ສານໄນຕັດອອກໄຊ (ທີ່ມີສານເສບຕິດເຈືອປົນ), ນໍ້າກະທ່ອມ, ຢາສູບໄຟຟ້າ ແລະ ອື່ນໆ. ເຊິ່ງແຜ່ລະບາດຫຼາຍໃນສັງຄົມ, ໄວໜຸ່ມ, ຊາວໜຸ່ມ ຄົນວ່າງງານຈໍານວນໜຶ່ງມີການມົ້ວສຸມຢູ່ຕາມຮ້ານບັນເທິງ, ຄາລະໂອເກະ, ເທັກ ແລະ ບາ.

ທັງສອງຝ່າຍຍັງພ້ອມກັນປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນ ໃນແຕ່ລະບັນຫາ ເປັນຕົ້ນແມ່ນດ້ານການແລກປ່ຽນຂໍ້ມູນຂ່າວສານ, ການສືບສວນນໍາຈັບເປົ້າໝາຍທີ່ມີໝາຍຈັບສົ່ງໃຫ້ກັນ ແລະ ການຮ່ວມມືການປັດຕິບັດໂຄງການແມ່ນໍ້າຂອງປອດໄພ ໂດຍສະເພາະແມ່ນການປະຕິບັດແຜນປະຕິບັດການ 1511 ແລະ ການຮ່ວມມືເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມຊາຍແດນຂອງສອງປະເທດ ແນໃສ່ເຮັດໃຫ້ສອງປະເທດມີຄວາມສະຫງົບທາງດ້ານການເມືອງ, ມີຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະ ເພື່ອຄວາມຢູ່ດີກິນດີຂອງປະຊາຊົນສອງຊາດ ລາວ-ກໍາປູເຈຍ.

ທີ່ມາ: ໜັງສືພິມຄວາມສະຫງົບ