ບິນລີ ເກດແກ້ວພ້ອມຜົນ ນັກເຕະບານເຊື້ອຊາດລາວ ທີ່ສ້າງຊື່ສຽງຢູ່ຕ່າງປະເທດ
ທ້າວ ວິໄລຜົນ ເກດແກ້ວພ້ອມຜົນ ຫລື ບິນລີ, ເກີດເມື່ອວັນທີ 24 ມີນາ 1990 ຢູ່ຊຸມຊົນຊອມພິນີ-ເຊີຣ-ມາຣນ ປະເທດຝຣັ່ງ, ເປັນນັກເຕະບານຊາວຝຣັ່ງທີ່ມີເຊື້ອຊາດລາວ, ປັດຈຸບັນຫລິ້ນໃນລີກເອິງ ໃຫ້ທີມອອງເຊ.
ທ້າວ ວິໄລຜົນ ເລີ່ມຫລິ້ນເຕະບານອາຊີບໃນປີ 2006 ໃນລະດັບເຍົາວະຊົນກັບ ສຕຣາສບູຣກ ແລະ ໃນລະດູຮ້ອນປີ 2008 ໄດ້ຢູ່ໃນທີມສຳຮອງ, ທ້າວ ວິໄລຜົນ ເປີດຕົວເທື່ອທຳອິດໃນເກມພົບກັບ ບາສເຕຍ ໃນວັນທີ 1 ທັນວາ 2009 ແລະ ຫລິ້ນໃນເກມເປັນເວລາ 44 ນາທີ. ໃນວັນທີ 20 ພຶດສະພາ 2011 ລາວໄດ້ໄປຮ່ວມທີມຊິຍົງ, ແຕ່ໄດ້ລົງຫລິ້ນພຽງແຕ່ເກມດຽວເທົ່ານັ້ນ. ໃນວັນທີ 31 ມັງກອນ 2012 ລາວໄດ້ໄປຫລິ້ນໃນລີກເດິກັບຕູຣ ໂດຍໄດ້ລົງຫລິ້ນ 100 ກວ່ານັດ. ໃນວັນທີ 16 ມິຖຸນາ 2015 ບິນລີ ໄດ້ມາຮ່ວມທີມອອງເຊ ທີມທີ່ຫາກໍເລື່ອນຊັ້ນມາຫລິ້ນໃນລີກເອິງເປັນເທື່ອທຳອິດໃນຮອບ 21 ປີ ເຮັດໃຫ້ລາວກາຍເປັນນັກເຕະເຊື້ອຊາດລາວຄົນທຳອິດທີ່ໄດ້ຫລິ້ນໃນລີກໃຫຍ່ຂອງເອີຣົບ. ລາວສາມາດຍິງປະຕູທຳອິດໃນລີກເອິງໄດ້ໃນເກມທີ່ຊະນະບາສເຕຍ 1-0 ໃນວັນທີ 4 ຕຸລາ, ລາວໄດ້ລົງຫລິ້ນກັບຕົ້ນສັງກັດໃນເກມລີກທຸກເກມ ໂດຍລົງຫລິ້ນແລ້ວ 38 ນັດ, ຍິງໄດ້ 6 ປະຕູ.
