ປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ ວັນທີ 8 ມີນາ

ວັນແມ່ຍິງສາກົນ ແມ່ນໄດ້ກຳເນີດຂຶ້ນຍ້ອນແມ່ຍິງຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ເຮັດວຽກຫຼາຍຊົ່ວໂມງແຕ່ໄດ້ຮັບຄ່າຈ້າງ​ໃນລາຄາຖຶກ, ເຮັດວຽກບໍ່ມີການຮັບປະກັນ, ບໍ່ມີລະບອບປົກປັກຮັກສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ.
ນອກຈາກນັ້ນ, ແມ່ຍິງຍັງຖືກດູຖຸກໝິ່ນປະໝາດ, ຖືເປັນສິນຄ້າ, ເປັນເຄື່ອງຫລິ້ນ, ຖືກເຕະຕີ, ຖືກຂົ່ມຂືນທໍາສໍາເລົາ ແລະ ຖືກໄລ່ອອກຈາກວຽກ. ໃນເວລາຖືພາ, ເວລາເກີດລູກ ຫຼື ເວລາເຈັບເປັນບໍ່ໄດ້ຮັບການປິ່ນປົວ.

     ຍ້ອນແນວນັ້ນ ກໍາມະກອນແມ່ຍິງຮູ້ສຶກຄຽດແຄ້ນ ຈຶ່ງໄດ້ສາມັກຄີກັນລຸກຂຶ້ນຕໍ່ສູ້ທວງໃຫ້ພວກນາຍທຶນຕ້ອງໄດ້ແກ້ໄຂຊີວິດການເປັນຢູ່ຂອງເຂົາເຈົ້າ.

     ໃນວັນທີ 8 ມີນາ 1899 ຊາວກໍາມະກອນແມ່ຍິງຢູ່ໂຮງງານຕໍ່າແຜ່ນ ແລະ ຕັດຫຍິບ ໄດ້ຈັດຕັ້ງໂຮມຊຸມນຸມປະທ້ວງ ແລະ ຄັດຄ້ານຕໍ່ການໃຫ້ຄ່າແຮງງານຕໍ່າ ແລະ ສະຖານທີ່ເຮັດວຽກບໍ່ຮັບປະກັນສຸຂະພາບ ການປະທ້ວງຂອງເຂົາເຈົ້າຄັ້ງນີ້ຖືກຕໍາຫຼວດເຂົ້າສະຫຼາຍ ແລະ ຈັບກຸມຈໍານວນໜຶ່ງ.

      ໃນວັນທີ 8 ມີນາ 1908 ແມ່ຍິງຈໍານວນ 15.000 ຄົນ ໄດ້ເດີນຂະບວນທວງໃຫ້ນາຍທຶນຫຼຸດຜ່ອນຊົ່ວໂມງເຮັດວຽກ ຢຸດເຊົາການຂຸດຮີດແຮງງານເດັກ ແລະ ທວງໃຫ້ແມ່ຍິງມີສິດໃນການອອກສຽງເລືອກຕັ້ງ ແລະ ການຮັບສະໝັກເລືອກຕັ້ງ. ພາຍໃຕ້ຄໍາຂວັນ “ເຂົ້າຈີ່ ແລະ ດອກກຸຫຼາບ”. ເຂົ້າຈີ່  ໝາຍເຖິງເສດຖະກິດດີຂຶ້ນ, ດອກກຸຫຼາບໝາຍເຖິງຄຸນນະພາບຊີວິດດີຂຶ້ນ.

     ມາເຖິງປີ 1910 ກອງປະຊຸມສາກົນກ່ຽວກັບບັນຫາແມ່ຍິງຄັ້ງທໍາອິດ ໄດ້ຈັດຂຶ້ນຢູ່ທີ່ໂກເປນຮາກ ນະຄອນຫຼວງຂອງປະເທດແດນມາກ ມີຜູ້ແທນຮ້ອຍກວ່າຄົນຈາກ 17 ປະເທດເຂົ້າຮ່ວມ. ກອງປະຊຸມໄດ້ຮັບຮອງ ແລະ ຕົກລົງເອົາວັນທີ 8 ມີນາຂອງທຸກປີເປັນວັນແມ່ຍິງສາກົນ.

      ວັນທີ 8 ມີນາ ແມ່ນເຫດການການເມືອງທີ່ສໍາຄັນ ເປັນຂີດໝາຍແຫ່ງໄຊຊະນະອັນພື້ນຖານຂອງຂະບວນການແມ່ຍິງສາກົນໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນເປັນທໍາໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນລະນຶກເຖິງວັນຕໍ່ສູ້ຂອງແມ່ຍິງເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບ ປະຊາທິປະໄຕ ຄືກັນກັບຜູ້ຊາຍ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ