ການຮົມຢາເຮັດໃຫ້ອອກກຳລັງກາຍໄດ້ດີຂຶ້ນ

ນອກຈາກຈະເປັນວິທີການຜ່ອນຄາຍ ແລະ ວິທີການພັກຜ່ອນຫລັງອອກກຳລັງກາຍຢ່າງໜັກການປິ່ນປົວໂດຍການຮົມຢານັ້ນຍັງຊ່ວຍໃຫ້ນັກແລ່ນໆໃນເທື່ອຕໍ່ໄປໄດ້ໄກຂຶ້ນນຳອີກ ເມື່ອນັກວິໄຈທົດລອງໃຫ້ຄົນປ່ວຍພະຍາດຫົວໃຈທີ່ກຳລັງຟື້ນໂຕຮົມຢາ 5 ເທື່ອຕໍ່ອາທິດ, ເທື່ອລະ 10-15 ນາທີ ຜົນທີ່ໄດ້ກໍສະແດງໃຫ້ເຫັນວ່າ ຄົນທີ່ເຮັດຕາມຈະຍ່າງໄດ້ໄກຂຶ້ນເຖິງ 10% ແລະ ຈະມີປະສິດທິພາບສູງສຸດໃນການໃຫ້ອົກຊີແຊນແກ່ຮ່າງກາຍ.

ພຽງແຕ່ຫາເວລາຮົມຢາ ຫລັງຈາກການອອກກຳລັງກາຍ ທ່ານກໍສາມາດເພີ່ມການອອກກຳລັງກາຍແບບຄາດີໂອໄດ້ຢ່າງບໍ່ເມື່ອຍງ່າຍແລ້ວ ເຊິ່ງທີມງານມະຫາວິທະຍາໄລໂຕຢາມະຍີ່ປຸ່ນ ທົດລອງກັບກຸ່ມໂຕຢ່າງອາສາສະໝັກ 41 ຄົນ ວິທີການປະເມີນຄວາມສາມາດໃນການຍ່າງຫລັງຈາກທີ່ພວກເຂົາຮົມຢາມາແລ້ວ ເຊິ່ງກໍເປັນຜົນດີ ອາສາສະໝັກທຸກຄົນລ້ວນແຕ່ມີຄວາມອົດທົນໃນການຍ່າງ ແລະ ຍ່າງໄດ້ໄກກວ່າເກົ່າ ໂດຍທີ່ເມື່ອຍໜ້ອຍລົງ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ