ເປັນຫ່ວງສະພາບການພະນັນບ້ານເຮົາ
ສະບາຍດີ ເພື່ອນຜູ້ອ່ານທີ່ຮັກແພງ, ຫລາຍຄົນກໍຈະຄິດຄື ທ່ຽງທຳ ເຊັ່ນກັນ ເບິ່ງຄືວ່າສະພາບການພະນັນຢູ່ບ້ານເຮົາເມືອງເຮົາໃນປັດຈຸບັນນັບມື້ຍິ່ງຮ້າຍແຮງຂຶ້ນເປັນລຳດັບ, ການອອກເລກອອກຫວຍທີ່ເປັນທາງການກໍປາກົດວ່າຖີ່ຂຶ້ນນັບມື້ ໄປຖະໜົນສາຍໃດໃນນະຄອນຫລວງວຽງຈັນເຮົາຈະເຫັນແຕ່ໂຕະນ້ອຍຂາຍເລກຂາຍເບີຕັ້ງລຽນກັນໄປຈົນນັບບໍ່ຖ້ວນ. ຖ້າເປັນບ່ອນຊຸມຊົນແດ່ກໍຍິ່ງຫລາຍ ໂດຍສະເພາະໃນເຂດຕໍ່ໜ້າຕະຫລາດໃຫຍ່ຕ່າງໆ. ດັ່ງມື້ສະຫລອງວັນເດັກສາກົນ 1 ມິຖຸນາຜ່ານມານີ້, ຂ້າພະເຈົ້າໄດ້ມີໂອກາດຜ່ານໄປຖະໜົນສາມແສນໄທກໍເຫັນຫລາຍຈຸດຕັ້ງໂຕະຂາຍຫວຍຂູດ ເຊິ່ງມີທັງເດັກນ້ອຍຮ່ວມຂາຍຢູ່ນຳດ້ວຍ ເບິ່ງຄືວ່າເປັນການຊັກຊວນໃຫ້ເດັກເຂົ້າມາກ່ຽວຂ້ອງກັບການພະນັນນີ້ອີກດ້ວຍ ເຊິ່ງການທຳມາຫາກິນແບບນີ້ ເບິ່ງແລ້ວບໍ່ຄ່ອຍງາມຕາປານໃດ ເມື່ອທຽບໃສ່ການນຳເອົາດອກໄມ້, ປຶ້ມສໍ ຫລື ໜັງສືພິມຂ່າວສານຕ່າງໆອອກມາຂາຍດັ່ງຫລາຍປະເທດອື່ນທີ່ເພິ່ນເຄີຍເຮັດ ເບິ່ງແລ້ວມີວັດທະນະທຳກວ່າ ແລະ ຮ້າຍແຮງໄປກວ່ານັ້ນ ໃນປັດຈຸບັນຫວຍພັດທະນາເຮົາພັດໄດ້ຮັບອະນຸຍາດໃຫ້ມີການພະນັນທວາຍຜົນເຕະບານ ນັບທັງພາຍໃນ ແລະ ຕ່າງປະເທດ ຖ້າໃຜຕ້ອງການກໍສາມາດຕິດຕໍ່ເຂົ້າຫາເພິ່ນໂລດໃນວົງເງິນບໍ່ອັ້ນແລ້ວແຕ່ຄວາມອາດສາມາດຂອງລູກຄ້າ ເຊິ່ງການພະນັນນີ້ມີຫລາຍປະເທດເພື່ອນບ້ານເຮົາເພິ່ນກໍຍັງບໍ່ສາມາດໃຫ້ເປີດເປັນທາງການຖືກຕ້ອງຕາມກົດໝາຍໄດ້ ເພາະຈຸດເສຍຂອງມັນມີຫລາຍຢ່າງກວ່າຜົນທີ່ຈະໄດ້ຮັບ ແລະ ພ້ອມນັ້ນ ກໍຍັງມີເລກສອງໂຕສາມໂຕບໍ່ຈັກຂອງເພິ່ນຂອງໂຕມີຂາຍໄປທົ່ວ, ເລກຈົດ, ຫວຍຂູດ ແລະ ຫວຍອອນລາຍອື່ນໆກໍມີການໂຄສະນາຢ່າງບໍ່ລົດລະ, ບາງຄັ້ງກໍມີທັງສື່ມວນຊົນເຮົາເຂົ້າມາມີສ່ວນຮ່ວມໃນການໂຄສະນາການພະນັນດັ່ງກ່າວ ອັນເປັນການຍົວະຍວນສັງຄົມເຂົ້າມາຫລິ້ນການພະນັນຫລາຍຂຶ້ນ ບໍ່ເວັ້ນຜູ້ໃຫຍ່ຜູ້ນ້ອຍ, ຊາວໜຸ່ມເຍົາວະຊົນກໍມີຫລາຍ, ຖັດຈາກນັ້ນກໍແມ່ນການຫລິ້ນໄພ້ໃນເຮືອນດີເຮືອນກຳກໍມີຢ່າງຫລວງຫລາຍ ແລະ ເປີດແປນ ໂດຍບໍ່ເກງກົວລະບຽບກົດໝາຍ ແລະ ລະອາຍລູກລະອາຍຫລານແຕ່ຢ່າງໃດ.

