ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

       ການພົບປະສອງຝ່າຍ ລະຫວ່າງ ສະຫາຍ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ຟ້າມ ບິ່ງ ມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ​ໄດ້​ມີ​ຂຶ້ນ​ໃນ​ໂອກາດ ສະຫາຍ ຟ້າມ ບິ່ງ ມິງ ພ້ອມດ້ວຍຄະນະ ເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 5 ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ສະໄໝພິເສດ ໃນລະຫວ່າງວັນທີ 19-21 ກຸມພານີ້ ທີ່ນະຄອນຫຼວງວຽງຈັນ.       

ການພົບສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ກໍຄືສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ທີ່ໄດ້​ຮັບ​ການເສີມ​ຂະ​ຫຍາຍຢ່າງ​ບໍ່​ຢຸດ​ຢັ້ງໃນ​ທຸກ​ຂົງ​ເຂດວຽກງານ ໂດຍສະເພາະແມ່ນໄດ້ມີການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງສອງປະເທດຢ່າງເປັນປົກກະຕິ, ມີການຮ່ວມມືຂອງບັນດາຂະແໜງການ ແລະ ທ້ອງ​ຖິ່ນ​ຕ່າງ​ໆ, ພິ​ເສດ​ແມ່ນ​ກະຊວງ​ການ​ຕ່າງປະ​ເທດ​ທັງ​ສອງ ຊຶ່ງຈະສືບຕໍ່ຮ່ວມມືກັນຢ່າງໃກ້ຊິດ ເພື່ອເປັນເສນາທິການໃຫ້ແກ່ຂັ້ນເທິງໃນການຊຸກຍູ້ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຕ່າງໆທີ່ສອງຝ່າຍໄດ້ລົງນາມຮ່ວມກັນ ກໍຄືການຊີ້ນຳຂອງນາຍົກລັດຖະມົນຕີ ລາວ-ຫວຽດນາມ ໃນໂອກາດກອງປະຊຸມ ຄັ້ງທີ 42 ປະຈຳປີ 2020 ຂອງຄະນະກໍາມະການຮ່ວມມືທະວີພາຄີ ລະຫວ່າງ ລັດຖະບານລາວ ແລະ  ສສ ຫວຽດນາມ ທີ່ຮ່າໂນ້ຍ ເມື່ອຕົ້ນເດືອນມັງກອນທີ່ຜ່ານມາໃຫ້ສໍາເລັດຕາມຄາດໝາຍທີ່ໄດ້ວາງໄວ້. ພິເສດໃນປີ 2020 ນີ້, ສອງກະຊວງການຕ່າງປະເທດ ລາວ ​ແລະ ຫວຽດນາມ ຈະໄດ້ຮ່ວມກັນສ້າງກິດຈະກຳ ເພື່ອສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງ​ສອງ​ປະ​ເທດ.

ນອກຈາກນີ້, ສອງຝ່າຍຍັງໄດ້ແລກປ່ຽນທັດສະນະກ່ຽວກັບສະພາບການພາກພື້ນ ແລະ ສາກົນທີ່ສອງຝ່າຍມີຄວາມສົນໃຈ; ມີການປຶກສາຫາລືໃນການກະກຽມ ການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຕ່າງໆ ແລະ ການຮ່ວມມືໃນການປ້ອງກັນ ການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກໂຄໂຣນາສາຍພັນໃໝ່ (COVID-19) ທີ່ກຳລັງແຜ່ລະບາດຢູ່ຫຼາຍປະເທດໃນໂລກ.

       ໃນເດືອນມີນາທີ່ຈະມາເຖິງນີ້ ສປປ ລາວ ຈະໄດ້ເປັນເຈົ້າພາບຈັດກອງປະຊຸມສຸດຍອດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (LMC) ຄັ້ງທີ 3; ກອງປະຊຸມສຸດຍອດຍຸດທະສາດການຮ່ວມມືດ້ານເສດຖະກິດ ແມ່ນໍ້າອີຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ (ACMECS) ຄັ້ງທີ 9; ກອງປະຊຸມສຸດຍອດຂອບການຮ່ວມມື ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ຄັ້ງທີ 10 ແລະ ກອງປະຊຸມສຸດຍອດ ກໍາປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 11 ທີ່ນະຄອນຫຼວງວຽງຈັນ ຊຶ່ງລັດຖະບານລາວ ມີຄວາມຍິນດີທີ່ຈະໄດ້ຕ້ອນຮັບ ສະຫາຍ ຫງວຽນ ຊວັນ ຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ຊຶ່ງຈະເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມດັ່ງກ່າວ ທີ່ ສປປ ລາວ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ