ນາຍົກລັດຖະມົນຕີ ຈະເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ໃນວັນທີ 10-11 ພຶດສະພາ 2023 ທີ່ອິນໂດເນເຊຍ

ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ໂຈໂກ ວີໂດໂດ ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ, ໃນຖານະເປັນປະທານອາຊຽນ ປີ 2023, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຈະເດີນທາງໄປເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ພາຍໃຕ້ຄໍາຂວັນ “ອາຊຽນມີຄວາມສໍາຄັນ: ສູນກາງແຫ່ງການຈະເລີນເຕີບໂຕ” ຊຶ່ງຈະຈັດຂຶ້ນໃນວັນທີ 10-11 ພຶດສະພາ 2023, ທີ່ ລາບວນ ບາໂຈ, ສ ອິນໂດເນເຊຍ.

ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງນີ້, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງຈະໄດ້ເຂົ້າຮ່ວມກອງ ປະຊຸມພົບປະ ລະຫວ່າງ ຜູ້ນຳອາຊຽນ ກັບຜູ້ຕາງໜ້າສະມັດຊາລັດຖະສະພາອາຊຽນ (AIPA); ກອງປະຊຸມພົບປະ ລະຫວ່າງ ຜູ້ນຳອາຊຽນ ກັບຜູ້ຕາງໜ້າຊາວໜຸ່ມອາຊຽນ; ກອງປະຊຸມພົບປະ ລະຫວ່າງ ຜູ້ນຳອາຊຽນກັບ ຜູ້ຕາງໜ້າ ສະພາທີ່ປຶກສາທຸລະກິດອາຊຽນ; ກອງປະຊຸມພົບປະ ລະຫວ່າງ ຜູ້ນຳອາຊຽນ ກັບໜ່ວຍງານສະເພາະກິດລະດັບສູງ ວ່າດ້ວຍວິ ໄສທັດອາຊຽນ ຫລັງປີ 2025 ແລະ ພົບປະສອງຝ່າຍກັບບັນດາຜູ້ນຳຂອງບັນດາປະເທດສະມາຊິກອາຊຽນ.