ລັດຖະມົມຕີກະຊວງ ຮສສ ລົງຊີ້ນຳວຽກງານຢູ່ 4 ແຂວງພາກໃຕ້

ເມື່ອທ້າຍອາທິດຜ່ານມານີ້, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ພ້ອມຄະນະ,  ໄດ້ລົງເຄື່ອນໄຫວເຮັດວຽກຢູ່ 4 ແຂວງພາກໃຕ້ ຄື: ສາລະວັນ, ເຊກອງ, ອັດຕະປື ແລະ ແຂວງຈຳປາສັກ. ເພື່ອເປັນຂວັນກຳລັງໃຈໃຫ້ກັບຂະແໜງ ຮສສ ນັບແຕ່ສູນກາງຈົນຮອດທ້ອງຖິ່ນກ້າວເຂົ້າສູ່ໄລຍະການປະຕິບັດແຜນພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມ ປີ 2020 ໃຫ້ປະກົດຜົນເປັນຈິງເທື່ອລະກ້າວ.

ໃນໂອກາດດັ່ງກ່າວ,  ທ່ານ ຄຳແພງ ໄຊສົມແພງ ໄດ້ເນັ້ນໃຫ້ບັນດາພະແນກ ຮສສ ບັນດາແຂວງດັ່ງກ່າວ ໄດ້ສຸມໃສ່ສ້າງກໍາລັງແຮງງານໃຫ້ມີສີມື, ກໍຄື ການພັດທະນາສີມືແຮງງານ ໃຫ້ເປັນຂະບວນການກວ້າງຂວາງ ແລະ ເຂົ້າສູ່ມາດຕະຖານ, ເອົາໃຈໃສ່ປ້ອນຂໍ້ມູນຄວາມຮູ້ທີ່ກ່ຽວຂ້ອງ, ພ້ອມທັງເປັນໃຈກາງອໍານວຍຄວາມສະດວກ ເພື່ອສະກັດກັ້ນບໍ່ໃຫ້ແຮງງານຕົກເຂົ້າໃນຂະບວນການຄ້າມະນຸດ ທີ່ຕົວະຍົວະຫຼອກລວງໄປກົດຂີ່ຂູດຮີດ, ມີມາດຕະການ ແລະ ວິທີຕອບໂຕ້ຮັບມືໄພພິບັດທາງທຳມະຊາດ, ພ້ອມທັງເອົາໃຈໃສ່ລົງເຜີຍແຜ່ໂຄສະນາ ໃຫ້ຫົວໜ່ວຍແຮງງານໃນທົ່ວແຂວງໄດ້ຮັບຮູ້ເຂົ້າໃຈ, ຕິດຕາມແກ້ໄຂ ບັນຫາຄວາມບໍ່ຍຸຕິທຳໃນການໃຊ້ແຮງງານ ໂດຍໃຫ້ມີການກວດກາຫົວໜ່ວຍແຮງງານເປັນປົກກະຕິ ໃຫ້ປະຕິບັດຕາມກົດລະບຽບແຮງງານ, ສັນຍາແຮງງານ, ຄວາມປອດໄພ ແລະ ສຸຂະພາບແຮງງານ. ໃຫ້ມີການກວດກາຄືນ ສຳລັບແຮງງານຕ່າງປະເທດທີ່ເຂົ້າມາເຮັດວຽກ, ລະບົບການສະເໜີເອົາໂກຕ້າຂອງຫົວໜ່ວຍແຮງງານ ເພື່ອບໍ່ໃຫ້ມີຮູບແບບນາຍໜ້າ ສະເໜີເອົາແຮງງານທີ່ບໍ່ຖືກເປົ້າໝາຍ, ເລ່ລ້ອນ ເປັນຈຳນວນຫຼາຍເຂົ້າເຮັດວຽກ, ນອກນັ້ນ ກໍຕ້ອງເອົາໃຈໃສ່ປະຕິບັດວຽກນະໂຍບາຍຕໍ່ຜູ້ມີຜົນງານ, ວຽກປະກັນສັງຄົມ, ວຽກງານກວດກູ້ ແລະ ທຳລາຍລະເບີດລູກວານທີ່ຍັງບໍ່ທັນແຕກຕົກຄ້າງຢູ່ພາກໃຕ້ຂອງລາວ, ວຽກງານກາແດງການຊວ່ຍເຫຼືອບໍລິຈາກເລືອດຢ່າງເປັນປົກກະຕິ ສາມາດຕອບສະໜອງຕາມຄວາມຮຽກຮອ້ງຕ້ອງການຂອງສັງຄົມ ແລະ ອື່ນໆ.

ໃນໂອກາດນີ້, ທ່ານ ຄໍາແພງ ໄຊສົມແພງ ພ້ອມຄະນະ,  ໄດ້ມອບເງິນ ແລະ ເຄື່ອງນຸ່ງຫົ່ມຊວ່ຍເຫຼືອ ໃຫ້ແກ່ແຂວງສະວັນ ແລະ ເຊກອງ, ແຂວງລະ 100 ແກັດ, ເກືອກິນ 3 ໂຕນ ລວມມູນຄ່າທັງໝົດ 159 ລ້ານກວ່າກີບ, ມອບເຄື່ອງນຸ່ງຫົ່ມ ຈໍານວນ 30 ແກັດ ແລະ ເງິນສົດ 30 ລ້ານ ລວມມູນຄ່າທັງໝົດ 75 ລ້ານກີບ ໃຫ້ແກ່ແຂວງອັດຕະປື ແລະ ມອບເຄື່ອງນຸ່ງຫົ່ມ ຈໍານວນ 100 ແກັດ, ເກືອກິນ 2,5 ໂຕນ ລວມມູນຄ່າທັງໝົດ 157 ລ້ານກວ່າກີບ ໃຫ້ແກ່ແຂວງຈຳປາສັກ. ເພື່ອຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດຜ່ານມາ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ