ປະທານປະເທດ ຕ້ອນຮັບລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ

ວັນທີ 29 ກັນຍາ 2023, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານສູນກາງພັກ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ພົນເອກ ໂຕ ເລິມ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສາທາລະນະລັດສັງຄົມຫວຽດນາມ ພ້ອມຄະນະ ໃນໂອກາດທີ່ໄດ້ເດີນທາງມາ ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ ລະຫວ່າງ ການນຳຂັ້ນສູງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ໃນການຈັດຕັ້ງປະຕິບັດແຜນການຮ່ວມມື ປະຈຳປີ 2023 ແລະ ກຳນົດທິດທາງແຜນການຮ່ວມມືປະຈຳປີ 2024.

ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຕ້ອນຮັບ ແລະ ຊົມເຊີຍຕໍ່ຄະນະນຳກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ໃນການມາຢ້ຽມຢຽມ ແລະ ເຮັດວຽກຮ່ວມກັບ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວໃນຄັ້ງນີ້. ພ້ອມທັງໄດ້ເນັ້ນໃຫ້ສອງກຳລັງປ້ອງກັນຄວາມສະຫງົບ ລາວ-ຫວຽດນາມ ສືບຕໍ່ເສີມຂະຫຍາຍສາຍ ພົວພັນທີ່ເປັນມູນເຊື້ອສະຫງ່າງາມ ໃຫ້ໝັ້ນຄົງທະນົງແກ່ນ; ສືບຕໍ່ຮັດແໜ້ນສາຍພົວພັນແບບພິເສດ-ການຮ່ວມມືຮອບດ້ານ ໃຫ້ເລິກເຊິ່ງກວ້າງຂວາງ ສຸມໃສ່ພັດທະນາສອງກຳລັງໃຫ້ເຕີບໃຫຍ່ເຂັ້ມແຂງ, ຮັບປະກັນໃຫ້ສອງປະເທດ ລາວ-ຫວຽດນາມ ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບປອດໄພ, ປະຊາຊົນສອງຊາດໄປມາຫາສູ່ ກັນຢ່າງສະດວກສະບາຍ, ສ້າງຄວາມເຂັ້ມແຂງໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງຍິ່ງຂຶ້ນ.

ສະຫາຍ ພົນເອກ ໂຕ ເລິມ ໄດ້ຕາງໜ້າຄະນະນຳພັກ-ລັດຖະບານ ແລະ ປະຊາຊົນ ສສ ຫວຽດນາມ ນຳເອົາຄວາມຢື້ຢາມຖາມຂ່າວ, ຄວາມຮັກແພງສາມັກຄີອັນສະນິດແໜ້ນ ເຖິງສະຫາຍປະທານປະເທດ ພ້ອມດ້ວຍການນຳ ພັກ-ລັດ ແລະ ປະຊາຊົນລາວ. ພ້ອມທັງໄດ້ລາຍງານໃຫ້ຊາບເຖິງຈຸດປະສົງ ໃນການເດີນທາງເຄື່ອນໄຫວຢ້ຽມຢາມ ສປປ ລາວ ໃນຄັ້ງນີ້.
ຂ່າວ-ພາບ: ຄວາມສະຫງົບ