ສູນ​ກາງ​ແນວ​ລາວສ້າງ​ຊາດ​ຈັດ​ກິດຈະກຳ​​ບໍລິ​ຈາກ​ເລືອດຕ້ອນຮັບ​ວັນ​ສ້າງຕັ້ງຄົບຮອບ 70 ປີ

       ໃນວັນທີ 6 ກຸມພານີ້, ສູນກາງແນວລາວສ້າງຊາດ ຮ່ວມກັບອົງການກາແດງລາວ ​ໄດ້ຈັດກິດຈະກຳຮັບບໍລິຈາກເລືອດ ພາຍໃຕ້ຄຳຂວັນ: ການບໍລິຈາກເລືອດແມ່ນຮັກຊາດ ແລະ ພັດທະນາ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງສູນກາງແນວລາວສ້າງຊາດຄົບຮອບ 70 ປີ ຂຶ້ນທີ່ສຳນັກງານ​ໃຫຍ່​ອົງການ​ດັ່ງກ່າວ ໂດຍການ​ເຂົ້າຮ່ວມ​ເປີດ​ພິທີຂອງທ່ານ ຈັນທະວົງ ແສນອາໝາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ສິງ ເມໂນລາດ ຮອງປະທານອົງການກາແດງລາວ ພ້ອມ​ດ້ວຍພະນັກງານອ້ອມຂ້າງ ​ແລະ ກຳລັງ​ນັກຮົບທະຫານ, ຕຳຫຼວດຈາກກົມກອງຕ່າງໆເຂົ້າຮ່ວມ​ເປັນ​ຈຳນວນ​ຫລາຍ.

      ທ່ານຮອງປະທານສູນກາງແນວລາວສ້າງຊາດ ກ່າວ​ໃນ​ພິທີວ່າ: ໃນໄລຍະ 3 ປີຜ່ານມາ ສູນກາງແນວລາວສ້າງຊາດ ແລະ ສູນເລືອດແຫ່ງຊາດ ໄດ້ຈັດຂະບວນການຮັບບໍລິຈາກເລືອດໃນວັນສຳຄັນຕ່າງໆຂອງຊາດຢ່າງຕໍ່ເນື່ອງ ເປັນການປຸກລະດົມໃຫ້ຜູ້ເຂົ້າຮ່ວມ​ໄດ້ສະແດງເຖິງຄວາມກ້າຫານ ນ້ຳໃຈເສຍສະຫຼະເຂົ້າໃນວຽກງານຊ່ວຍເຫຼືອເພື່ອນມະນຸດດ້ວຍກັນ ເພື່ອໃຫ້ມີເລືອດຕອບສະໜອງໃຫ້ຄົນເຈັບຢ່າງພຽງພໍ ປອດໄພ ແລະ ທັນເວລາ ​ແລະ ສໍາລັບກິດຈະກໍາຄັ້ງນີ້ ສູນກາງແນວລາວສ້າງຊາດໄດ້ເຊີນຊວນພະນັກງານຈາກບັນດາກະຊວງ, ອົງການຈັດຕັ້ງມະຫາຊົນ, ພະນັກງານທະຫານ-ຕຳຫຼວດຈາກກົມກອງຕ່າງໆ, ນັກຮຽນ-ນັກສຶກສາ ເຂົ້າຮ່ວມບໍລິຈາກເລືອດຫຼາຍກວ່າ 400 ຄົນ ແລະ ຄາດວ່າຈະໄດ້ຮັບການບໍລິຈາກເລືອດໄດ້ຫຼາຍກວ່າ 200 ຖົງ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ