ເປີດກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນ ນວ ຊຸດທີ II ເພື່ອພິຈາລະນາຮັບຮອງເອົາບັນຫາສຳຄັນຂອງ ນວ

ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ II ໄດ້ໄຂຂຶ້ນວັນທີ 5 ທັນວາ ແລະ ຈະດຳເນີນໄປເຖິງ ວັນທີ 8 ທັນວາ 2023, ເປັນປະທານໂດຍທ່ານ ອານຸພາບ ຕຸນາລົມ ສະພາປະຊາຊົນ ນະຄອນຫລວງວຽງຈັນ, ກອງປະຊຸມຄັ້ງນີ້ຈະໄດ້ພິຈາລະນາຮັບຮອງເອົາບັນດາເນື້ອໃນທີ່ສໍາຄັນຄື:
1. ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານຂອງທ່ານເຈົ້າຄອງ ນະຄອນຫລວງວຽງຈັນ ກ່ຽວກັບຜົນການ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາ ປີ 2024 ຂອງນະຄອນຫລວງວຽງຈັນ, ຕິດພັນກັບການຈັດຕັ້ງປະຕິບັດ 02 ວາລະແຫ່ງຊາດ ໃນໄລຍະປີ 2021-2023 ຢູ່ນະຄອນຫລວງວຽງຈັນ;
2. ພິຈາລະນາ ແລະ ຮັບຮອງເອົາ ຮ່າງຂໍ້ຕົກລົງຂອງທ່ານ ເຈົ້າຄອງ ນະຄອນຫລວງວຽງຈັນ ຈໍານວນ 02 ສະບັບຄື:
– ຮ່າງຂໍ້ຕົກລົງ ວ່າດ້ວຍການກໍານົດລາຄາຫົວໜ່ວຍຊົດເຊີຍທົດແທນຄ່າເສຍຫາຍ ຂອງໂຄງການ
ກໍ່ສ້າງ ປ້ອງກັນຕາຝັ່ງ ແລະ ພັດທະນາແຄມຂອງ ໄລຍະ II;
– ຮ່າງຂໍ້ຕົກລົງ ວ່າດ້ວຍກອງທຶນພັດທະນາກິລາ-ກາຍຍະກໍາ ນະຄອນຫລວງວຽງຈັນ.
3. ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານຜົນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2023 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈໍາປີ 2024 ຂອງອົງການກວດສອບ ປະຈໍາພາກກາງ; ຜົນການ ກວດສອບ ປະຈໍາປີ 202 ຂອງອົງການກວດສອບ ປະຈໍາພາກກາງ 1,
4. ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານຂອງອົງການກວດກາລັດ ນະຄອນຫລວງ ກ່ຽວກັບຜົນການຈັດ ຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024, ຜົນການກວດ ກາ ຕາມຜົນການກວດສອບ ປີ 2018 ແລະ ປີ 2022;
5. ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານຜົນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາ ປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ຂອງອົງການໄອຍະການປະຊາຊົນ ພາກກາງ ແລະ ອົງການໄອຍະ ການປະຊາຊົນ ນະຄອນຫລວງວຽງຈັນ;
6. ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານຜົນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາ ປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ຂອງສານປະຊາຊົນ ພາກກາງ ແລະ ສານປະຊາຊົນ ນະຄອນຫລວງ ວຽງຈັນ;
7. ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຜົນການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ປະ ຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ II ຕິດພັນກັບແຜນການເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ເພື່ອເຜີຍແຜ່ຜົນສໍາເລັດກອງປະຊຸມ ສະໄໝສາມັນ ເທື່ອທີ 06 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນ ນະຄອນຫລວງ ຊຸດທີ II;
8. ຟັງການປະກອບຄໍາເຫັນ ຂອງອົງການແນວລາວສ້າງຊາດ ນະຄອນຫລວງ ຕໍ່ຜົນການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ປະຈໍປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ຂອງສະພາປະຊາຊົນ ນະຄອນ ຫລວງວຽງຈັນ;
9. ຟັງການຊີ້ແຈງບາງບັນຫາສໍາຄັນ ແລະ ພົ້ນເດັ່ນຂອງນະຄອນຫລວງ ຈໍານວນໜຶ່ງ ເປັນຕົ້ນ:
– ວິທີການ, ມາດຕະການ ໃນການຊຸກຍູ້ສົ່ງເສີມ ແລະ ຂະຫຍາຍແຫຼ່ງລາຍຮັບໃໝ່ ຂອງ ນະຄອນ ຫລວງວຽງຈັນ ທີ່ຕິດພັນກັບຂົງເຂດກະສິກໍາ ແລະ ປ່າໄມ້, ຂົງເຂດອຸດສາຫະກໍາ ແລະ ການຄ້າ, ຂົງເຂດຖະ ແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ຂົງເຂດເສດຖະກິດພິເສດ,
– ກົນໄກ, ມາດຕະການສົ່ງເສີມ ແລະ ປົກປ້ອງການຜະລິດພາຍໃນ ລວມທັງການແບ່ງຄວາມຮັບຜິດ ຊອບ ຂອງພາກສ່ວນກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດ;
– ການຈັດຕັ້ງປະຕິບັດຜັງເມືອງ ແລະ ມາດຕະການຄຸ້ມຄອງຜັງເມືອງ ຢູ່ນະຄອນຫລວງວຽງຈັນ;
– ການຄຸ້ມຄອງຄົນຕ່າງປະເທດ ຢູ່ນະຄອນຫລວງວຽງຈັນ;
– ການຄຸ້ມຄອງ, ຕິດຕາມກວດກາ ການສຶກສາສໍາຫຼວດ, ຂຸດຄົ້ນ ຫລື ສໍາປະທານແຮ່ເກືອໂປຕັສ (ເກືອກາ ລີ) ຢູ່ນະຄອນຫລວງວຽງຈັນ;
– ການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ ເພື່ອຕ້ອນຮັບການເປັນເຈົ້າພາບ ກອງປະຊຸມ ສຸດຍອດອາຊຽນ ແລະ ປີທ່ອງທ່ຽວລາວ 2024 ແລະ ການແກ້ໄຂບັນຫາເລື່ອງປ້າຍທີ່ບໍ່ຖືກຕ້ອງ ຢູ່ນະ ຄອນຫລວງ.
ກອງປະຊຸມຍັງຈະໄດ້ ຟັງການຊີ້ແຈງ ບາງບັນຫາພົ້ນເດັ່ນ ທີ່ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນ ນະຄອນຫລວງ ຍົກຂຶ້ນ ຫລື ຊັກຖາມ ໃນກອງປະຊຸມ ຈາກ ອົງການປົກຄອງ, ສານປະຊາຊົນ, ອົງການໄອຍະການປະຊາຊົນ ແລະ ພາກສ່ວນກ່ຽວຂ້ອງຕື່ມອີກ.

