ອະດີດປະທານປະເທດໂອ້ລົມພະນັກງານຫຼັກແຫຼ່ງແຂວງອັດຕະປື

        ​ໃນ​ວັນ​ທີ 5 ກຸມພາ​ນີ້, ສະຫາຍ ຄຳໄຕ ສີພັນດອນ ອະດີດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ໄດ້​ໃຫ້​ກຽດໂອ້ລົມພະນັກງານຫຼັກແຫຼ່ງຢູ່ແຂວງອັດຕະປື ຢູ່ທີ່ຫ້ອງວ່າການແຂວງ ໂດຍມີການນຳແຂວງ, ເມືອງ ​ແລະ ພະແນກການຕ່າງໆ​ເຂົ້າຮ່ວມ​ເປັນ​ຈຳນວນ​ຫລາຍ.

     ​ໃນ​ການ​ພົບ​ປະ​ໂອ້​ລົມ​ທີ່​ມີ​ຄວາມ​ໝາຍ​ຄວາມ​ສຳຄັນ​ນີ້ ສະຫາຍ ອະດີດ ເລຂາທິການໃຫຍ່, ອະດີດປະທານປະເທດ ໄດ້ເນັ້ນໃຫ້ເອົາໃຈໃສ່ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນຜູ້ຖືກຜົນກະທົບຈາກເຂື່ອນເຊປຽນ-ເຊນ້ຳນ້ອຍແຕກຢູ່ເມືອງສະໜາມໄຊໃຫ້ກັບສູ່ປົກກະຕິໃນລະດັບພື້ນຖານໂດຍໄວ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ເພື່ອສ້າງສະພາບເເວດລ້ອມທີ່​ດີໃຫ້ພະນັກງານສະມາຊິກພັກ ຕະຫຼອດຮອດປະຊາຊົນບັນດາ​ເຜົ່າກຳແໜ້ນ ​ແລະ ປະຕິບັດລະບຽບກົດໝາຍ ແລະ ລະບອບການເມືອງໃຫ້ເລິກເຊິ່ງໃນທົ່ວສັງຄົມ. ເພີ່ມທະວີເອົາໃຈໃສ່​ແກ້​ໄຂສະພາບເສດຖະກິດ-ສັງຄົມ, ບັນດາໜີ້ສິນຄຸມເຄືອທີ່ຂາດການຊຸກຍູ້ສົ່ງເສີມຈາກພາກລັດ, ສ້າງຄວາມເຂັ້ມແຂງ​ໃຫ້​ແກ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕ້ານ​ທຸກ​ປາກົດການ​ຫຍໍ້​ທໍ້​ຕ່າງໆໃນສັງຄົມ​ໃຫ້​ໝົດ​ໄປ, ເອົາໃຈໃສ່ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ​ໃຫ້​ສາມາດ​ຫລຸດ​ພົ້ນອອກ​ຈາກຄວາມທຸກຍາກຂາດ​ເຂີນ​ໄດ້​ໂດຍ​ໄວ, ຊຸກຍູ້ໃຫ້ປະຊາຊົນປູກພືດຕາມລະດູ, ນຳໃຊ້ຊັບພະຍາກອນທຳມະຊາດໃຫ້ມີຄວາມຍືນຍົງ, ໄປຄຽງຄູ່ກັບການ​ພັດທະນາການທ່ອງທ່ຽວເພືື່ອສ້າງຜົນ​ປະໂຫຍດສູງສຸດມາສູ່​ປະຊາຊົນ. ພ້ອມ​ນັ້ນ ​ໄດ້ເນັ້ນໃຫ້ເອົາໃຈໃສ່ຍົກລະດັບການສຶກສາໃຫ້ດີຂຶ້ນ, ຊອກຫາວິທີທາງແກ້ໄຂ ​ແລະ ສ້າງວຽກເຮັດງານທຳ, ປົກປັກຮັກສາຮີດຄອງປະເພນີວັດທະ ນະທຳອັນດີງາມໄວ້. ອະດີດ​ເລຂາທິການ​ໃຫຍ່ ​ເນັ້ນວ່າ: ​ເອົາ​ໃຈ​ໃສ່ກະກຽມຮອບດ້ານ​ໃຫ້​ແກ່​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ແຂວງ​ໃຫ້​ດີ​ຂຶ້ນ, ພ້ອມຫັນລົງກໍ່ສ້າງຮາກຖານການ​ເມືອງ ເພື່ອກໍ່ສ້າງ ແລະ ພັດທະນາບ້ານຕາມເງື່ອນໄຂຕ່າງໆ ໂດຍເນັ້ນຄຸນນະພາບເປັນຫຼັກ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ