ອະນາໄມໂລກຮຽກຮ້ອງຢ່າແຕກຕື່ນຕໍ່ໄວຣັສໂຄໂຣນາ

ຜູ້ອຳນວຍການອົງການອະນາໄມໂລກກ່າວວ່າ: ທາງໜ່ວຍງານມີຄວາມເຂົ້າໃຈຕໍ່ຄວາມກັງວົນຂອງນາໆປະເທດຕໍ່ສະຖານະການແຜ່ລະບາດຂອງເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ເຊິ່ງກຳເນີດຢູ່ເມືອງອູ່ຮັນໃນຈີນ ແຕ່ “ບໍ່ຄວນແຕກຕື່ນ”.
ທ່ານ ເທດຣອສ ແອດນາຮອມ ເກເບຣເຍຊຸສ ຜູ້ອຳນວຍການອົງການອະນາໄມໂລກ (WHO) ຖະແຫລງໃນວັນທີ 28 ມັງກອນ ຫລັງພົບປະຫາລືກັບທ່ານ ຫວັງ ອີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນ ຢູ່ນະຄອນຫລວງປັກກິ່ງວ່າ: WHO ມີຄວາມເຊື່ອໝັ້ນຕໍ່ມາດຕະການຂອງລັດຖະບານປັກກິ່ງ ເຊິ່ງກຳລັງເລັ່ງດຳເນີນການເພື່ອຄວບຄຸມການແຜ່ລະບາດຂອງເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ທີ່ກຳເນີດຢູ່ເມືອງອູ່ຮັນ ມົນທົນຫູເປີຍ ທາງຕອນກາງຂອງປະເທດ ໃນເດືອນທັນວາປີຜ່ານມາ ຂ້າຊີວິດຊາວຈີນໄປແລ້ວຫລາຍກວ່າ 100 ຄົນນັບແຕ່ຕົ້ນເດືອນມັງກອນນີ້.
ຂະນະດຽວກັນ, ທ່ານ ເກເບຣເຍຊຸສ ກ່າວວ່າ: ທ່ານຂານຮັບການເຄື່ອນໄຫວຂອງລັດຖະບານຫລາຍປະເທດ ເຊິ່ງມີຈຸດປະສົງອົບພະຍົບພົນລະເມືອງຂອງຕົນອອກຈາກເມືອງອູ່ຮັນ. ເຖິງຢ່າງໃດກໍຕາມ, WHO ບໍ່ມີນະໂຍບາຍອອກມາດຕະການຢຸດການເດີນທາງລະຫວ່າງປະເທດ ຫລື ການແນະນຳໃຫ້ລັດຖະບານຕ່າງຊາດອົບພະຍົບມົນລະເມືອງອອກຈາກຈີນ ແລະ ຂໍໃຫ້ປະຊາຄົມໂລກ “ບໍ່ຄວນແຕກຕື່ນຈົນເກີນໄປ”. ທັງນີ້ WHO ມີມະຕິໃນອາທິດຜ່ານມາວ່າ: ຍັງບໍ່ປະກາດໃຫ້ສະຖານະການການແຜ່ລະບາດຂອງເຊື້ອໄວຣັສໂຄໂຣນາສາຍພັນໃໝ່ “ເປັນພາວະສຸກເສີນດ້ານສາທາລະນະສຸກສາກົນ” ໂດຍໃຫ້ເຫດຜົນວ່າ: ສະຖານະການ “ວິກິດ” ສະເພາະຢູ່ຈີນ.

