ທົ່ວປະເທດປັກດໍານາແຊງສໍາເລັດແລ້ວ 36%

ກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ຮູ້ວ່າ: ການຜະລິດເຂົ້ານາແຊງຂອງບັນດາແຂວງຕ່າງໆ ໃນລະດູແລ້ງນີ້ ເຫັນວ່າເປັນຂະບວນຟົດຟື້ນດີ ແລະ ມາຮອດປັດຈຸບັນ ສາມາດຕົກກ້າສໍາເລັດແລ້ວ 82%, ກຽມດິນສໍາເລັດ 56% ແລະ ປັກດໍາໄດ້ແລ້ວ 36% ຂອງເນື້ອທີແຜນການ 90 ພັນເຮັກຕາ ແລະ ຄາດຈະໃຫ້ສໍາເລັດທັນກັບລະດູການ ເພື່ອຮັບປະກັນສະມັດຕະພາບການຜະລິດຢ່າງຕໍ່າ 4 ໂຕນຕໍ່ເຮັກຕາ.
ກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ຮູ້ອີກວ່າ: ໃນໜຶ່ງເດືອນຜ່ານມາ, ເຈົ້າໜ້າທີ່ຂອງຕົນ ສາມາດກັກຢຶດໄມ້ຂອງຜູ້ກະທໍາຜິດລະບຽບກົດໝາຍໄດ້ 86 ໂຕ ລວມມີບໍລິມາດຫຼາຍກວ່າ 7 ພັນແມັດກ້ອນ, ໃນນັ້ນ, ມີໄມ້ດູ່, ແຕ້ຂ່າ, ໄມ້ກະຈະ, ພ້ອມໄດ້ກັກ ລົດດີເບີໂຣ 1 ຄັນ ແລະ ລົດຢີນ 1 ຄັນ ເພື່ອສືບສວນ-ສອບສວນດໍາເນີນຄະດີຕາມກົດໝາຍ, ຂະນະດຽວກັນກໍໄດ້ດໍາເນີນຄະດີກ່ຽວກັບສັດນໍ້າ-ສັດປ່າ 2 ຄະດີ ແລະ ຄະດີກ່ຽວກັບເຄື່ອງປ່າຂອງດົງ 1 ຄະດີ ແລະ ໄດ້ຢືດສັດປ່າຫ່ວງຫ້າມໄດ້ອີກຈໍານວນໜຶ່ງ ເພື່ອປ່ອຍຄືນສູ່ປ່າທໍາມະຊາດ, ສ່ວນຜູ້ກະທໍາຜິດໄດ້ກ່າວເຕືອນສຶກສາອົບຮົມ ແລະ ປັບໄໝຕາມລະບຽບກົດໝາຍ.

