ເຈົ້າແຂວງອັດຕະປື ລົງຊຸກຍູ້ ເມືອງສະໜາມໄຊ ບຸກເບີກ ເນື້ອທີ່ການຜະລິດໃຫ້ທັນລະດູການ

ໃນວັນທີ 7 ພຶດສະພາຜ່ານມານີ້, ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ພ້ອມດ້ວຍ ອໍານາດການປົກຄອງເມືອງສະໜາມໄຊ ລົງເຄື່ອນຊຸກຍູ້ ການບຸກເບີກ ແລະ ຟື້ນຟູເນື້ອທີ່ການຜະລິດ ທີ່ໄດ້ຮັບຜົນກະທົບຈາກເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກເມື່ອໄລຍະຜ່ານມາໃຫ້ສາມາດດຳເນີນການຜະລິດໄດ້ທັນກັບລະດູການ.ໂດຍສະເພາະແມ່ນການຟື້ນຟູດິນນາຂອງປະຊາຊົນເຂດດອນບົກ-ທ່າແສງຈັນ, ພ້ອມໄດ້ມອບແນວພັນເຂົ້າ ຈຳນວນ 4 ໂຕນໃຫ້ປະຊາຊົນຢູ່ສູນພັກເຊົາບ້ານ ປິນດົງ .

ໃນໂອກາດນີ້ ທ່ານເຈົ້າແຂວງ ຍັງໄດ້ຮຽກຮ້ອງ ແລະ ໃຫ້ທິດຊີ້ນໍາແກ່ອໍານາດການປົກຄອງເມືອງສະໜາມໄຊ ໃຫ້ເພີ່ມທະວີຄວາມເອົາໃຈໃສ່ຊຸກຍູ້ ຕິດຕາມວຽກ ງານແກ້ໄຂ ແລະ ຟື້ນຟູຜົນກະທົບຕ່າງໆ ຈາກເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ ໃຫ້ມີຄວາມຄືບໜ້າຕາມຄາດໝາຍວ່າງໄວ້ໂດຍໄວ, ເພື່ອຊ່ວຍໃຫ້ປະຊາຊົນສາມາດລົງມືເຮັດການຜະ ລິດໃຫ້ທັນລະດູການ, ສາມາດ ພັດທະນາຊີວິດການເປັນຢູ່ຂອງຄອບຄົວໃຫ້ດີຂື້ນເທື່ອລະກ້າວ.ເອົາໃຈໃສ່ສະກັດກັ້ນການລັກລອບຂຸດຄົ້ນຊັບພະຍາກອນທໍາມະຊາດ ແບບຜິດກົດໝາຍໃຫ້ລົງເທື່ອລະກ້າວ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ