ແຟງລັງອາດໄດ້ນາຍົກຍິງຄົນໃໝ່ອາຍຸນ້ອຍສຸດໃນໂລກ ພຽງ 34 ປີ

ແຟງລັງ ກຽມໄດ້ນາຍົກລັດຖະມົນຕີຍິງຄົນໃໝ່ດຳລົງຕຳແໜ່ງໃນອາທິດນີ້
ເປັນນາຍົກລັດຖະມົນຕີທີ່ອາຍຸນ້ອຍທີ່ສຸດໃນໂລກພຽງ 34 ປີເທົ່ານັ້ນ.

ພັກສັງຄົມປະຊາທິປະໄຕແຫ່ງແຟງລັງ ຫລື
SDP ພັກການເມືອງສາຍກາງ-ຊ້າຍ ແລະ ເປັນພັກແກນນຳລັດຖະບານປະສົມຊຸດປັດຈຸບັນຂອງແຟງລັງ
ມີມະຕິສຽງສ່ວນຫລາຍໃນກອງປະຊຸມວັນທີ 8 ທັນວານີ້ ເລືອກ ນາງ ຊານນາ ມາຣິນ ລັດຖະມົນຕີຄົມມະນາຄົມ
ແລະ ການສື່ສານ ອາຍຸ 34 ປີ ໃຫ້ກຽມດຳລົງຕຳແໜ່ງນາຍົກລັດຖະມົນຕີຄົນໃໝ່ ເຊິ່ງຖ້າໄດ້ຮັບການຮັບຮອງຈາກສະພາແຫ່ງຊາດ
ນາງ ມາຣິນ ຈະສ້າງປະຫວັດສາດເປັນຜູ້ນຳລັດຖະບານອາຍຸນ້ອຍທີ່ສຸດໃນໂລກ ແລະ ອາຍຸນ້ອຍທີ່ສຸດໃນປະຫວັດສາດຂອງແຟງລັງ.

ນາງ ມາຣິນ ຈະສາບານຕົນຮັບຕຳແໜ່ງໃນອາທິດນີ້
ແລະ ກຽມເປັນຜູ້ນຳພັກລັດຖະບານປະສົມ 5 ພັກ ເຊິ່ງອາດຈະປະກອບມີຄະນະລັດຖະບານທີ່ມີຜູ້ຍິງເປັນແກນນຳ
ເນື່ອງຈາກພັກລັດຖະບານປະສົມທັງ 5 ພັກລ້ວນແຕ່ມີຜູ້ຍິງເປັນແກນນຳ ໃນຈຳນວນນີ້
3 ຄົນ ອາຍຸບໍ່ເຖິງ 35 ປີ.

ການຂຶ້ນສູ່ຕຳແໜ່ງສູງສຸດທາງການເມືອງຂອງນາງ ມາຣິນ ເຊິ່ງດຳລົງຕຳແໜ່ງຮອງຫົວໜ້າພັກ SDP ນັບແຕ່ປີ 2015 ເກີດຂຶ້ນພາຍຫລັງນາຍົກລັດຖະມົນຕີ ອັນຕີ ຣິນເນ ລາອອກຈາກຕຳແໜ່ງໃນວັນທີ 3 ທັນວາ ຫລັງສູນເສຍຄວາມເຊື່ອໝັ້ນຈາກພັນທະມິດພັກແນວຮ່ວມລັດຖະບານຝ່າຍຊ້າຍ ຈາກການແກ້ໄຂການປະລະງານປະທ້ວງຂອງໄປສະນີແຫ່ງຊາດທີ່ຍືດເຍື້ອມາເຖິງ 2 ອາທິດ ໃນເດືອນຜ່ານມາ ແລະ ຍັງລຸກລາມໄປຫາອີກຫລາຍພາກສ່ວນ ລວມທັງການນັດຢຸດວຽກປະທ້ວງຂອງສາຍການບິນຟິນແອຣ ເຊິ່ງເປັນສາຍການບິນແຫ່ງຊາດນຳອີກ.

