ສະຖານທູດຣັດເຊຍ ສືບຕໍ່ຖະແຫລງກ່ຽວກັບສະພາບການໃນຢູເຄຣນ

ວັນທີ 6 ເມສາ 2022 ນີ້, ທ່ານ ດານິລ ອາ ໂວໂດປີອານອບ ເລຂານຸການຕີ ປະຈຳສະຖານທູດ ສ ຣັດເຊຍ ປະຈຳ ສປປ ລາວ ໄດ້ຖະແຫລງກ່ຽວກັບສະພາບການໃນປະເທດຢູເຄຣນວ່າ: ປັດຈຸບັນ, ກອງທັບຣັດເຊຍ ຍັງສືບຕໍ່ດຳເນີນການເຄື່ອນໄຫວພິເສດທາງການທະຫານ ເຊິ່ງ ທ່ານ ວາລະດີເມຍ ປູຕິນ ປະທານາທິບໍດີ ສ ຣັດເຊຍ ໃຫ້ຂໍ້ສັງເກດວ່າ ຣັດເຊຍ ຈະບັນລຸບັນດາເປົ້າໝາຍ ແລະ ຈຸດປະສົງຂອງຕົນຢ່າງແນ່ນອນ.
ທ່ານ ດານິລ ອາ ໂວໂດປີອານອບ ໄດ້ກ່າວອີກວ່າ: ປັດຈຸບັນ, ຄະນະຜູ້ແທນ ຣັດເຊຍ ແລະ ຢູເຄຣນ ກຳລັງດຳເນີນການປຶກສາຫາລືກ່ຽວກັບ ຮ່າງຂໍ້ຕົກລົງເກືອບທຸກມື້ຜ່ານລະບົບທາງໄກ ເຊິ່ງວາລະຂອງການເຈລະຈາລວມມີສະຖານະທີ່ເປັນກາງຢ່າງຖາວອນ, ບໍ່ຕິດອາວຸດນິວເຄລຍ, ສະຖານະທີ່ບໍ່ແມ່ນສະມາຊິກກຸ່ມ ແລະ ບໍ່ຕິດອາວຸດຂອງຢູເຄຣນ, ການປົດປ່ອຍຢູເຄຣນຈາກອຸດົມການນາຊີ, ການຮັບຮູ້ສະພາບຕົວຈິງທາງພູມສາດການເມືອງໃໝ່, ການຍົກເລີກບັນດາມາດຕະການຂວ້ຳບາດ ແລະ ສະຖານະຂອງພາສາຣັດເຊຍ.
ຣັດເຊຍ ເຫັນດີສືບຕໍ່ດຳເນີນການເຈລະຈາ ແລະ ເຫັນວ່າ ມີຄວາມຈຳເປັນທີ່ຈະຕ້ອງເຂົ້າໃຈວ່າ ຝ່າຍຣັດເຊຍບໍ່ໄດ້ຮຽກຮ້ອງໃຫ້ຢູເຄຣນຍອມຈໍານົນ ແຕ່ຮຽກຮ້ອງໃຫ້ການນຳຢູເຄຣນ ໂດຍສະເພາະແມ່ນ ທ່ານ ວະລາດິເມຍ ເຊເລັນສະກີ ອອກຄຳສັ່ງປ່ອຍພົນລະເຮືອນທັງໝົດ ແລະ ຢຸດການຕໍ່ຕ້ານ.
ເປົ້າໝາຍຂອງພວກເຮົາບໍ່ໄດ້ລວມເອົາການປ່ຽນ ແປງລະບອບການປົກຄອງໃນຢູເຄຣນ, ພວກເຮົາຕ້ອງການຮັບປະກັນຄວາມປອດໄພ ແລະ ຄວາມໝັ້ນຄົງ ຂອງປະຊາຊົນໃນພາກຕາເວັນອອກຂອງຢູເຄຣນ ເພື່ອບໍ່ໃຫ້ເຂົາເຈົ້າຖືກຂົ່ມຂູ່ຈາກກຳລັງທະຫານ ແລະ ຈາກຂະບວນການນາຊີ ແລະ ບໍ່ມີໄພຂົ່ມຂູ່ໃດໆຕໍ່ກັບສະຫະພັນຣັດເຊຍ ທີ່ອອກມາຈາກດິນແດນຢູເຄຣນ.

