​ເປີດ​ນໍາ​ໃຊ້ສໍານັກງານ​ໃໝ່ ​ສູນວັດທະນະ​ທໍາ​ຫວຽດນາມ ປະ​ຈໍາລາວ

    ຂປລ. ໃນ​ວັນ​ທີ 6 ທັນ​ວາ 2019 ຢູ່​ນະຄອນຫລວງ​ວຽງຈັນ, ​​ໄດ້​ມີ​ພິທີ​ເປີດ​ນໍາ​ໃຊ້ ສໍານັກງານ​ໃໝ່ ຂອງສູນວັດທະນະ​ທໍາ​ຫວຽດນາມ ປະ​ຈໍາ​ ສປປ ລາວ ຢູ່​ຖະໜົນ 450 ປີ ​ເມືອງ​ໄຊ​ທານີ ​ນະຄອນຫລວງ​ວຽງຈັນ, ​​​​​ໂດຍການ​ເຂົ້າ​ຮ່ວມ​ ຂອງ ​ທ່ານ ຫວຽນ ຫງອກ ຖຽນ ລັດຖະມົນຕີ ​ວ່າການ ກະຊວງ​ວັດທະນະ​ທໍາ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ, ທ່ານ ກິ​ແກ້​ວ ໄຂ​ຄໍາ​ພິທູນ ລັດຖະມົນຕີ​ກະຊວງ​ຖະ​ແຫລ​ງຂ່າວ​, ວັດທະນະ​ທໍາ ​ແລະ ທ່ອງ​ທ່ຽວ, ພ້ອມ​ດ້ວຍ​ພາກສ່ວນ​ກ່ຽວຂ້ອງ ​ແລະ ​ແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ​.

ໃນໂອກາດດັ່ງກ່າວ, ທ່ານ ຫວຽນ ຫງອກ ຖຽນ ລັດຖະມົນຕີ​ວ່າການ ກະຊວງ​ວັດທະນະ​ທໍາ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ກ່າວ​ວ່າ: ສໍານັກງານໃໝ່ ຂອງສໍານັກຂ່າວສານຫວຽດນາມ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມີເນື້ອທີ່ທັງໝົດ 1,4 ເຮັກຕາ, ເປັນອາຄານ 3 ຊັ້ນ, ຕັ້ງຢູ່ບ້ານຊ້າງຄູ ເມືອງໄຊທານີ ນະຄອນຫລວງວຽງຈັນ, ເຊິ່ງຈະເຮັດໜ້າທີ່ແລກປ່ຽນດ້ານວັດ ທະນະທໍາ, ສົ່ງເສີມການທ່ອງທ່ຽວ, ສະໜັບສະໜູນຊຸກຍູ້ ດ້ານກິລາ ແລະ ໃຫ້ຂໍ້ມູນຂ່າວສານ ກ່ຽວກັບສະພາບເສດຖະກິດ-ສັງຄົມຂອງຫວຽດນາມ ແລະ ເຮັດໃຫ້ປະຊາຊົນລາວ, ເພື່ອນມິດສາກົນ ທີ່ດໍາລົງຊີວິດຢູ່ລາວ ໃຫ້ມີຄວາມເຂົ້າໃຈ, ຮັບຮູ້ກ່ຽວກັບວັດທະນະທຳ ແລະ ປະເທດຫວຽດນາມຫລາຍຂຶ້ນ.

ນອກຈາກນີ້, ສູນດັ່ງກ່າວ ຍັງແມ່ນສະຖານທີ່ຈັດການເຄື່ອນໄຫວ ພົບປະແລກປ່ຽນທາງດ້ານ ວັດທະນາທໍາ, ປະກອບສ່ວນປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນພິເສດ ລາວ-ຫວຽດນາມໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ, ພ້ອມທັງເປັນສັນຍາລັກ ແຫ່ງສາຍພົວພັນມິດຕະພາບລະຫວ່າງສອງປະເທດ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ