ກອງທັບ ສສ ຫວຽດນາມ ມອບອຸປະກອນການແພດຕ້ານໂຄວິດໃຫ້ກອງທັບລາວ

ວັນທີ 3 ພຶດສະພາ ນີ້ , ຢູ່ດ່ານສາກົນນໍ້າພາວ- ເກົາແຈ່ວ ໄດ້ມີພິທີມອບ-ຮັບອຸປະກອນເຄື່ອງມືການແພດ ລະຫວ່າງ ກອງທັບປະຊາຊົນ ຫວຽດນາມ ແລະ ກອງທັບປະຊາຊົນລາວ, ມອບໂດຍ ພົຈວ ຫງວຽນ ຮຸ່ງຖັງ ຮອງຫົວໜ້າກົມໃຫຍ່ ຫົວໜ້າກົມເສນາທິການ ກົມໃຫຍ່ພະລາທິການ ກອງທັບປະຊາຊົນ ຫວຽດນາມ ແລະ ກ່າວຮັບໂດຍ ພົຕ ຄໍາເພັດ ສີຊານົນ ຫົວໜ້າກົມໃຫຍ່ພະລາທິການ ກອງທັບປະຊາຊົນລາວ, ມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ການຊ່ວຍເຫລືອຄັ້ງນີ້ແມ່ນສົ່ງຄະນະຊ່ຽວຊານ ການແພດ 4 ສະຫາຍ, ພ້ອມອຸປະກອນເຄື່ອງມືການແພດ ຈໍານວນ 12 ໂຕນ ປະກອບ ມີ: ຜົງ ໂຄຣລາມິນບີ (cloamin b ) 500 ກິໂລກຣາມ, ຜ້າອັດປາກ N95: 5.000 ອັນ, ຜ້າອັດປາກແພ 100.000 ອັນ, ເຄື່ອງນຸ່ງປ້ອງກັນ PCD ລະດັບ4: 5.000 ຊຸດ, ນໍ້າຢາລ້າງມື 1.000 ຂວດ, ຊຸດກວດຕົວຢ່າງຫາເຊື້ອພະຍາດ1.000 ອັນ ແລະ ເຄື່ອງວັດແທກອຸນຫະ ພູມ 100 ອັນ; ການມອບເຄື່ອງມືອຸປະກອນການແພດໃນຄັ້ງນີ້ ເປັນການສະແດງໃຫ້ເຫັນເຖິງສາຍພົວພັບຮ່ວມມືພິເສດ, ຄວາມສາມັກຄີພິເສດລະ ຫວ່າງສອງຊາດລາວ-ຫວຽດນາມ ອ້າຍນ້ອງ.

